ໄຂງານບຸນໜັງສືພິມທົ່ວປະເທດ

ໄຂງານບຸນໜັງສືພິມທົ່ວປະເທດ - ảnh 1
(ທ່ານ ຫວູດຶກ​ດາມ, ຮອງນາຍົກລັດຖະມົນຕີ
ເຂົ້​າ​ຮ່ວມງານ​ບຸນ​ໜັງສືພິມ​ທົ່ວ​ປະ​ເທດ 2017)

(vovworld) - ຕອນ​ເຊົ້າ​ວັນ​ທີ 17/3, ຢູ່ ຮ່າ​ໂນ້ຍ, ງານ​ບຸນ​ໜັງສືພິມ​ທົ່ວ​ປະ​ເທດ 2017 ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ​ເຂົ້າ​ຮ່ວມ​ພິທີ​ໄຂ​ມີ​ທ່ານ ຫວໍ​ວັນ​ເຖືອ​ງ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ທ່ານ ຫວູດຶກ​ດາມ, ຮອງນາຍົກລັດຖະມົນຕີ. ປີ​ນີ້, ງານ​ບຸນ​ໜັງສືພິມ​ທົ່ວ​ປະ​ເທດຖືກ​ຈັດ​ຕັ້ງ​ດ້ວຍ​ຫົວ​ເລື່ອງ “ສື່​ມວນ​ຊົນ ຫວຽດນາມ ປ່ຽນ​ໃໝ່​ພ້ອມ​ກັບປະ​ເທດ​ຊາດ“., ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 470 ຫົວໜ່ວຍ, ອົງການ​ສື່​ມວນ​ຊົນ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຢືນຢັນ​ວ່າ, ງານ​ບຸນ​ໜັງສືພິມ​ທົ່ວ​ປະ​ເທດ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ເຕັມ​ໄປ​ດ້ວຍ​ລັກສະນະ​ວັດທະນະທຳ, ສ້າງ​ຄວາມ​ອຸດົມສົມ​ບຸນ ​ແລະ ບັນຍາກາດ​​ແຂ່ງຂັນໃຫ້​ແກ່ການ​ເຄື່ອນ​ໄຫວ​ສື່​ມວນ​ຊົນ​ຕື່ມ​ອີກ, ນຳ​​ສ່ື​ມວນ​ຊົນມາ​ໃກ້​ກັບ​ປະຊາຊົນ​ກວ່າ

ນັກ​ຂ່າວ​ແຕ່ລະຄົນ​ລ້ວນ​ແຕ່​ເປັນ​ນັກຮົບ​ປະຈັນບານ​ໃນ​ແນວ​​ໂຮມ​ດ້ານ​ແນວ​ຄິດ, ວັດທະນະທຳ, ດັ່ງ​ນັ້ນ​ນອກຈາກ​ຄວາມ​ຮຽກຮ້ອງ​ຕ້ອງການ​ກ່ຽວ​ກັບ​ຄຸນ​ທາດ​ດ້ານການ​ເມືອງ, ລະດັບ​ວິຊາ​ສະ​ເພາະ, ວິຊາ​ການ​ຂອງ​ສື່​ມວນ​ຊົນ​ແລ້ວ, ນັກ​ຂ່າວ​ແຕ່​ລະ​ຄົນ​ຍັງ​ຢືນ​ຢູ່​ຕໍ່ໜ້າ​ຄວາມ​ຕ້ອງການ​​ໃຫ້ມີ​ຄວາມ​ຮູ້​ຢ່າງ​ກວ້າງຂວາງ​ ​ແລະ ​ເລິກ​ເຊິ່ງກ່ຽວ​ກັບ​ດ້ານສັງຄົມ, ຊີວິດ​ການ​ເປັນ​ຢູ່ທີ່​ສຸດ​. ນັກ​ຂ່າວ​ແຕ່ລະຄົນ​ກໍ່​ຕ້ອງ​ກາຍ​ເປັນນັກຮົບ​ທີ່ນໍາ​ໜ້າ​ໃນ​ການ​ຕ້ານ​ປະກົດ​ການ​ທີ່ຫຍໍ້​ທໍ້, ​​ແລະ ເປັນ​ແບບຢ່າງ​​ໃນ​ການປະຕິບັດ​ກົດໝາຍ, ​ເຊີດ​ຊູ​ຈັນ​ຍາ​ບັນ, ​ແບບ​ແຜນ​ດຳລົງ​ຊີວິດ​ທີ່ສີວິ​ໄລ. ​ແລະ​ບໍ່​ພຽງ​ແຕ່​ນັກ​ຂ່າວ​ແຕ່ລະຄົນ​ເທົ່າ​ນັ້ນ, ຫາກ​ບັນດາ​ການ​ເຄື່ອນ​ໄຫວ​ສື່​ມວນ​ຊົນ​ກໍ່​ຕ້ອງ​ຊ່ວຍສັງຄົມປະຕິບັດ​ຕາມແບບຢ່າງ​ວຽກ​ດີ​ຄົນ​ເດັ່ນ, ຕໍ່ສູ້​ຕ້ານ​ຄືນ​ບັນດາ​ປະກົດ​ການຫຍໍ້​ທໍ້, ການ​ສໍ້​ລາດ​ບັງ​ຫຼວງ, ​ໄປ​ຝືນ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ, ຂອງ​ປະຊາຊົນ.

ສິ່ງ​ທີ່​ພົ້ນ​ເດັ່ນ​ຂອງ​ງານ​ບຸນ​ໜັງສືພິມ​ທົ່ວ​ປະ​ເທດ 2017 ​ແມ່ນມີ​ການ​ເຄື່ອນ​ໄຫວທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງກ່ຽວ​ກັບ​ດ້ານ​ການ​ເມືອງ, ສັງຄົມ, ອາຊີບ​ໃຫ້​ແກ່​ສະມາຊິກ​ຄື: ​ເວທີ​ປາ​ໄສ, ກອງ​ປະຊຸມ​ສຳ​ມະ​ນາ, ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ນັກ​ຂ່າວ, ອົງການ​ສື່​ມວນ​ຊົນ ​ແລະ ມະຫາຊົນ… ​ເຫດການ​ດຳ​ເນີນ​ແຕ່ວັນ​ທີ 17-19/3.

ຂ່າວ/ບົດ​ອື່ນ