ໄຂງານມະຫາກຳກາຍຍະສິນສາກົນປີ2016

ໄຂງານມະຫາກຳກາຍຍະສິນສາກົນປີ2016 - ảnh 1
ງານ​ມະ​ຫາ​ກຳ​ກາຍຍະ​ສິນ​ສາກົນ
(ພາບ: nhandan)

(vovworld) – ​ ​ ​ ຕອນ​ຄ່ຳ​ວັນ​ທີ 28/05, ຢູ່​ນະຄອນ ​ເຫວ໋ ​ໄດ້ດຳ​ເນີນ​ພິທີ​ໄຂ​ງານ​ມະ​ຫາກຳກາຍຍະ​ສິນ​ສາກົນ​ປີ 2016. ງານ​ມະ​ຫາ​ກຳ​ກາຍຍະ​ສິນ​ສາກົນ​ປີ​ນີ້ ​ລວມມີ 11 ​ຄະນະ​ກາຍຍະ​ສິນທີ່​ມາ​ຈາກ​ບັນດາ​ປະ​ເທດ: ກຳປູ​ເຈຍ, ລາວ, ມາ​​ເລ​ເຊ​ຍ, ​ໄທ, ຈີນ, ຢ​​ແກຼນ ​ແລະ ຫວຽດນາມ. ​ສະ​ເພາະ ຫວຽດນາມ ມີ 5 ຫົວໜ່ວຍ​ເຂົ້າ​ຮ່ວມ​ລວມມີ: ​ໂຮງ​ລະຄອນ​ສິລະ​ປະ ​ເຟືອງ​ນາມ​, ຄະນະ​ກາຍຍະ​ສິນ - ຫຼິ້ນ​ກົນ ຫວູງ​ເຕົາ, ສະຫະພັນ​ກາຍຍະ​ສິນ ຫວຽດນາມ ​ເຂົ້າ​ຮ່ວມ, ​ໂຮງຮຽນ​ຊັ້ນ​ກາງ​ກາຍຍະ​ສິນ ຫວຽດນາມ, ​ໂຮງ​ລະຄອນ​ສິລະ​ປະກາຍ​ຍະ​ສິນ ຮ່າ​ໂນ້ຍ. ບັນດາ​ຄະນະ​ກາຍຍະ​ສິນ ຫວຽດນາມ ​ແລະ ຕ່າງປະ​ເທດ​​ໄດ້​ແນະນຳ​ເຖິງ​ຜູ້​ຊົມ​ບັນດາ​ຮູບ​ການ​ກາຍຍະ​ສິນ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ຈັບ​ອົກ​ຈັບ​ໃຈ ງານ​ມະ​ໂຫລານ​ກາຍຍະ​ສິນ​ປີ 2016 ຈະ​ອັດ​ລົງ​ໃນ​ວັນ​ທີ 04/06.

ຂ່າວ/ບົດ​ອື່ນ