ໄຂງານມະໂຫລານຟິມຮູບເງົາຫວຽດນາມຢູ່ອິນເດຍ

(vovworld) - ຕອນ​ຄ່ຳ​ວັນ​ທີ 5/1, ພິ​ທີ​ໄຂ​ງານ​ມະ​ໂຫລານ​ຟິມ​ຮູບ​ເງົາ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ຂຶ້ນຢູ່ສູນ Habitat ອິນ​ເດຍ (IHC), ນິວ​ເດ​ລີ. ນີ້​ແມ່ນ​ເຫ​ດ​ການ​ເຊື່ອມ​ຕໍ່​ບັນ​ດາ​ເຫດ​ການ​ວັດ​ທະ​ນະ​ທຳ​ໂດຍ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ເດຍ ສົມ​ທົບ​ກັບ IHC ແລະ ສະ​ພາ​ການ​ພົວ​ພັນ​ວັດ​ທະ​ນະ​ທ ອິນ​ເດຍ (ICCR) ຈັດ​ຕັ້ງ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດລະ​ຫວ່າງ 2 ປະ​ເທດ (07/01/1972 – 07/01/2017) ແລະ 10 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະ​ຫວ່າງ 2 ປະ​ເທດ (2007 – 2017). ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ເດຍ ຕົນ​ຊິງ​ແທ່ງ, ໃຫ້​ຮູ້​ວ່າ ຫວຽດ​ນາມ ມີ​ບໍ​ລິ​ສັດ​ຜ​ະ​ລິດ​ຟິມຮູບ​ເງົາປະ​ມານ 400 ແຫ່ງ, ໄດ້​ຜະ​ລິດ​​ຟິມຮູບ​ເງົາໄດ້​ປະ​ມານ 100 ກ່​ວາ​​ເລື່ອງ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວັງ​ວ່າ​ບັນ​ດາເພື່ອນ​ ອິນ​ເດຍ ຈະ​ຮັບ​ຊົມ​ຟິມ​ຮູບ​ເງົາ​ໂດຍ ຫວຽດ​ນາມ ຜະ​ລິດ.

ຕອບກັບ

ຂ່າວ/ບົດ​ອື່ນ