ໄຂງານມະໂຫລານວ່າວສາກົນຄັ້ງທີ 7


     ໄຂງານມະໂຫລານວ່າວສາກົນຄັ້ງທີ 7 - ảnh 1
ງານ​ມະ​ໂຫລານ​ວ່າວ​ສາ​ກົນ​ຄັ້ງ​ທີ 7 ດ້ວຍ​ຫົວ​ຂໍ້ “ ຈັ່ງ​ຫວະ​ສັນ​ຕິ​ພາບ”
(vovworld)- ວັນ​ທີ 9/12, ຢູ່​ນະ​ຄອນ​ວູ້ງ​ເຕົາ, ແຂວງ​ບາ​ເຣ້ຍ-ວຸ້ງ​ເຕົາ, ງານ​ມະ​ໂຫລານ​ວ່າວ​ສາ​ກົນ​ຄັ້ງ​ທີ 7, ດ້ວຍ​ຫົວ​ຂໍ້ “ ຈັ່ງ​ຫວະ​ສັນ​ຕິ​ພາບ​”ໄດ້​ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ” ງານ​ມະ​ໂຫລານ​ວ່າວ​ສາ​ກົນ​ຄັ້ງ​ທີ 7 ປີ 2016 ມີ​ນັກ​ສິ​ລະ​ປະ​ການ 94 ຄົນ, ໃນ​ນັ້ນ​ມີ​ນັກ​ສິ​ລະ​ປະ​ການ​ຊາວ​ຕ່າງ​ປະ​ເທດ 64 ຄົນ​ທີ່​ມາ​ຈາກ 23 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ ແລະ ນັກ​ສິ​ລະ​ປະ​ການ 30 ຄົນ​ທີ່​ຂຶ້ນ​ກັບ​ບັນ​ດາ​ສະ​ໂມ​ສອນ​ວ່າວພາກ​ເໜືອ-ພາກ​ກາງ-ພາກ​ໃຕ້​ຂອງ​ຫວຽດ​ນາມ.      ງານ​ມະ​ໂຫລານ​ວ່າວ​ສາ​ກົນ​ຄັ້ງ​ທີ 7 ດ້ວຍ​ຫົວ​ຂໍ້ “ ຈັ່ງ​ຫວະ​ສັນ​ຕິ​ພາບ” ດຳ​ເນີນ​ແຕ່​ວັນ​ທີ 9 ຫາ​ວັນ​ທີ 11/12 ຢູ່​ນະ​ຄອນ​ວຸ້ງ​ເຕົາ, ໃນ​ຂອບ​ເຂດ​ງານ​ມະ​ໂຫລານ​ຄັ້ງ​ນີ້ກໍຈະ​ຖືກ​ດຳ​ເນີນ​ບັນ​ດາ​ຊຸດ​ຮຽນ​ເຮັດ​ວ່າວ​ໂດຍ​ບັນ​ດາ​ນັກ​ສິ​ລະ​ປະ​ການ​ຊາວ​ຕ່າງ​ປະ​ເທດ​ຮັບ​ຜິດ​ຊອບຢູ່​ບັນ​ດາ​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ຕົ້ນ​ໃນ​ບໍ​ລິ​ເວນ​ແຂວງ​ບາ​ເຮ້ຍ​-ວຸ້ງ​ເຕົາ.
ຂ່າວ/ບົດ​ອື່ນ