ໄຂ​ງານ​ວາງ​ສະ​ແດງ “17 ແບບ​ຢ່າງ​ຂອງ ຫວຽດ​ນາມ ເຄື່ອນ​ໄຫວ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ”

(VOVWORLD) - ກົງກັບ 17 ເປົ້າໝາຍພັດທະນາແບບຍືນຍົງ, ງານວາງສະແດງໄດ້ແນະນຳ 17 ເລື່ອງລາວ ດ້ວຍຮູບພາບກ່ຽວກັບບັນດາແມ່ຍິງ ຫວຽດນາມ, ລວມມີບັນດານັກວິທະຍາສາດ, ນັກສິລະປິນ, ນັກທຸລະກິດ…. ນີ້ແມ່ນບຸກຄົນທີ່ເດີນຕາມຄວາມໄຝ່ຝັນ, ສະແດງວິໄສທັດ ແລະ ທ່າແຮງຂອງຕົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງວົງຄະນະຍາດ.
ໄຂ​ງານ​ວາງ​ສະ​ແດງ “17 ແບບ​ຢ່າງ​ຂອງ ຫວຽດ​ນາມ ເຄື່ອນ​ໄຫວ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ” - ảnh 1ພິທີໄຂງານວາງສະແດງ (ພາບ:  VOV)

ຕອນເຊົ້າວັນທີ 20 ຕຸລາ, ພິທີໄຂງານວາງສະແດງ “17 ແບບຢ່າງ ຫວຽດນາມ ເຄື່ອນໄຫວເພື່ອການພັດທະນາແບບຍືນຍົງ” ໄດ້ຈັດຂຶ້ນຢູ່ຫໍພິພິທະພັນແມ່ຍິງ ຫວຽດນາມ (ຢູ່ຮ່າໂນ້ຍ). ງານວາງສະແດງໂດຍກະຊວງການຕ່າງປະເທດ ຫວຽດນາມ ແລະ ຫ້ອງວ່າການ ສປຊ ປະຈຳ ເຊີແນວ ຈັດຂຶ້ນ, ຫໍພິພິທະພັນແມ່ຍິງ ຫວຽດນາມ ແລະ ສະມາຄົມມອບສິດໃຫ້ແກ່ແມ່ຍິງ ສະວິດ ຈັດຂຶ້ນ.

        ເຂົ້າຮ່ວມພິທີໄຂງານວາງສະແດງ, ທ່ານນາງ  Tatiana Valovaya ຫົວໜ້າຫ້ອງວ່າການ ສປຊ ປະຈຳ ເຊີແນວ ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງ ເຊິ່ງ ສປຊ ໄດ້ວາງອອກໂດຍໄວ. ທ່ານນາງກ່າວວ່າ:

        “ດ້ານຫຼັງຂອງ 17 ແບບຢ່າງໃນງານວາງສະແດງຄັ້ງນີ້ ແມ່ນແມ່ຍິງ ຫວຽດນາມ ນັບລ້ານຄົນ ພວມມານະພະຍາຍາມອອກແຮງງານທຳການຜະລິດໃນແຕ່ລະວັນ ເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ. ເລື່ອງ ເຂົາເຈົ້າແບ່ງປັນກ່ຽວກັບຜົນສຳເລັດ, ເລື່ອງລາວຂອງເຂົາເຈົ້າ ໄດ້ຊຸກຍູ້ການສ້າງປະຊາຄົມ ທີ່ສະໜິດຕິດພັນຂອງບັນດາແມ່ຍິງທີ່ມີອຸດົມການອັນດຽວກັນ, ພ້ອມກັນກະທຳເພື່ອສ້າງຄວາມສະເໝີພາບລະຫວ່າງຍິງ - ຊາຍຢ່າງແທ້ຈິງ”.

        ກົງກັບ 17 ເປົ້າໝາຍພັດທະນາແບບຍືນຍົງ, ງານວາງສະແດງໄດ້ແນະນຳ 17 ເລື່ອງລາວ ດ້ວຍຮູບພາບກ່ຽວກັບບັນດາແມ່ຍິງ ຫວຽດນາມ, ລວມມີບັນດານັກວິທະຍາສາດ, ນັກສິລະປິນ, ນັກທຸລະກິດ…. ນີ້ແມ່ນບຸກຄົນທີ່ເດີນຕາມຄວາມໄຝ່ຝັນ, ສະແດງວິໄສທັດ ແລະ ທ່າແຮງຂອງຕົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງວົງຄະນະຍາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ