ໄຂງານວາງສະແດງ “ຄໍາພິໄນກໍາຂອງປະທານໂຮ່ຈີມິນ - ແສງສະຫວ່າງເຍືອງທາງ”

(VOVWORLD) -ງານວາງສະແດງໄດ້ແນະນໍາໂດຍສັງເຂບປະມວນຮູບພາບທີ່ສະແດງໃຫ້ເຫັນບຸກຄະລິກກະພາບອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ.
ໄຂງານວາງສະແດງ “ຄໍາພິໄນກໍາຂອງປະທານໂຮ່ຈີມິນ - ແສງສະຫວ່າງເຍືອງທາງ” - ảnh 1ພິທີໄຂງານວາງສະແດງ “ຄໍາພິໄນກໍາຂອງປະທານໂຮ່ຈີມິນ - ແສງສະຫວ່າງເຍືອງທາງ” (ພາບ:qdnd.vn)

 ງານວາງສະແດງ “ຄໍາພິໄນກໍາຂອງປະທານໂຮ່ຈີມິນ - ແສງສະຫວ່າງເຍືອງທາງ” ຖືກໄຂຂຶ້ນໃນຕອນບ່າຍວັນທີ 14 ສິງຫາ, ທີ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ (ຢູ່ຮ່າໂນ້ຍ) ແມ່ນການເຄື່ອນໄຫວທີ່ແທດຈິງ ເພື່ອແນໃສ່ສະເຫຼີມສະຫຼອງ 50 ປີ ແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ (1969 – 2019), ເພື່ອແນໃສ່ທົບທວນຄືນ ແລະ ຢັ້ງຢືນຄຸນຄ່າທາງດ້ານທິດສະດີ, ພຶດຕິກໍາຕົວຈິງອັນເລິກເຊິ່ງໃນຄໍາພິໄນກໍາຂອງປະທານໂຮ່ຈີມິນ. ພ້ອມກັນນັ້ນ, ງານວາງສະແດງດັ່ງກ່າວ ຍັງໄດ້ແນະນໍາບັນດາຜົນງານດີເດັ່ນຂອງກອງທັບປະຊາຊົນຫວຽດນາມ ໃນ 50 ປີ ແຫ່ງວັນປະຕິບັດຄໍາພິໄນກໍາ; ໝູ່ຄະນະ, ສ່ວນບຸກຄົນທີ່ດີເດັ່ນໃນໄລຍະ 5 ປີ ແຫ່ງການປະຕິບັດບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດສ່ວນຄວາມເກັ່ງກ້າສາມາດ, ສົມກັບນາມມະຍົດ ທະຫານລຸງໂຮ່”, ຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ຂອງປະທານໂຮ່ຈີມິນ (2014 – 2019) ໃນກອງທັບ.

        ດ້ວຍເອກະສານ, ຮູບພາບ, ວັດຖຸພັນທີ່ພົ້ນເດັ່ນກວ່າ 200 ຢ່າງນັ້ນ, ງານວາງສະແດງໄດ້ແນະນໍາໂດຍສັງເຂບປະມວນຮູບພາບທີ່ສະແດງໃຫ້ເຫັນບຸກຄະລິກກະພາບອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ; ຄໍາພິໄນກໍາທີ່ສັກສິດຂອງເພິ່ນໄດ້ເຍືອງທາງໃຫ້ແກ່ການປະຕິວັດຫວຽດນາມ ໄປສູ່ໄຊຊະນະສຸດທ້າຍໃນການຕໍ່ສູ້ຕ້ານ ອາເມລິກາ ຍາດເອົາເອກະລາດມາໃຫ້ປະເທດຊາດ ກໍຄືໃນຕໍ່ໜ້າ.

        ງານວາງສະແດງ “ຄໍາພິໄນກໍາຂອງປະທານໂຮ່ຈີມິນ - ແສງສະຫວ່າງເຍືອງທາງ” ຈະດໍາເນີນໄປຮອດວັນທີ 10 ກັນຍາ ຈຶ່ງອັດລົງ.


ຕອບກັບ

ຂ່າວ/ບົດ​ອື່ນ