ໄຂງານວາງສະແດງ “ຖະໜົນປຶ້ມລະດູບານໃໝ່ປີວອກ-2016”

      ໄຂງານວາງສະແດງ “ຖະໜົນປຶ້ມລະດູບານໃໝ່ປີວອກ-2016” - ảnh 1
ງານ​ວາງ​ສະ​ແດງ “​ຖະ​ໜົນ​ປຶ້​ມ​ລະ​ດູ​ບານ​ໃໝ່​ປີ​ວອກ-2016”


(vovworld)- ຕອນ​ເຊົ້າ​ວັນ​ທີ 10/2, ຢູ່​ຮ່າ​ໂນ້ຍ​ໄດ້​ໄຂ ງານ​ວາງ​ສະ​ແດງ “​ຖະ​ໜົນ​ປຶ້​ມ​ລະ​ດູ​ບານ​ໃໝ່​ປີ​ວອກ-2016”. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ ງານ​ວາງ​ສະ​ແດງ “​ຖະ​ໜົນ​ປຶ້​ມ​ລະ​ດູ​ບານ​ໃໝ່” ຖືກ​ຈັດ​ຂຶ້ນ, ແມ່ນ​ສະ​ຖານ​ທີ່​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ນະ​ຄອນຫຼວງ​ໃນ​ໂອ​ກາດ​ບຸນ​ເຕັດ ປີ​ວອກ 2016. ມີ 20 ຮ້ານ​ວາງ​ສະ​ແດງ​ປຶ້ມ​ດ້ວຍຫຼາຍ​ປະ​ເພດ​ທີ່​ອຸ​ດົມ​ສົມ​ບູນ. ທ່ານ​ນາງ ຫງວຽນ​ເວີນ​ແອງ ຜູ້​ຕາງ​ໜ້າ​ສຳ​ນັກ​ພິມ​ຈຳ​ໜ່າຍ​ແມ່​ຍິງ, ຜູ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ “​ຖະ​ໜົນ​ປຶ້​ມ​ລະ​ດູ​ບານ​ໃໝ່​ປີ​ວອກ-2016” ໃຫ້​ຮູ້​ວ່າ :

  “ສຳ​ນັກ​ພິມ​ຈຳ​ໜ່າຍ​ແມ່​ຍິງຕອບ​ສະ​ໜອງ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ ງານ​ວາງ​ສະ​ແດງ “​ຖະ​ໜົນ​ປຶ້​ມ​ລະ​ດູ​ບານ​ໃໝ່​ປີ​ວອກ-2016” ເພື່ອ​ເຮັດ​ແນວ​ໃດ​ຊ່ວຍ​ໃຫ້​ຜູ້​ອ່ານ​ເລືອກ​ເຟັ້ນ​ເອົາ​ບັນ​ດາ​ປຶ້ມ​ທີ່​ມ່ວນ ແລະ ນຳ​ມາ​ເຊິ່ງ​ຄຸນ​ປະ​ໂຫຍດໃຫ້​ຕົນ​ເອງ. ດັ່ງ​ນັ້ນ, ສຳ​ນັກ​ພິມ​ຈຳ​ໜ່າຍ​ແມ່​ຍິງໄດ້​ເລືອກ​ເອົາ​ບັນ​ດາ​ປຶ້ມອ່ານ​ທີ່​ແທດ​ເໝາະ​ກັບ​ບັນ​ຍາ​ກາດ​ບຸນ​ເຕັດ. ຍົກ​ຕົວ​ຢ່າງເຊັ່ນ: ປຶ້ມ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ການ​ດື່ມ​ນ້ຳ​ມ​ຊາ​ຢູ່​ຮ່າ​ໂນ້ຍ, ປຶ້ມ​ກ່ຽວ​ກັບ​ລະ​ດູ​ບານ​ໃໝ່… ”

      ນາງ​ຫງວຽນ​ຫງວຽນ​ກີງ​ແອງ ຜູ້​ອ່ານ​ມາ​ຊົມງານ​ວາງ​ສະ​ແດງ “​ຖະ​ໜົນ​ປຶ້​ມ​ລະ​ດູ​ບານ​ໃໝ່​ປີ​ວອກ-2016” ເປີດ​ເຜີຍ​ວ່າ : 

   “ ມາ​ຊົມງານ​ວາງ​ສະ​ແດງ “​ຖະ​ໜົນ​ປຶ້​ມ​ລະ​ດູ​ບານ​ໃໝ່​ປີ​ວອກ” ປີນີ້, ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ ມັນ​ຈະ​ເປັນ​ການ​ຍູ້​ແຮງວັດ​ທະ​ນະ​ທ​ຳການ​ອ່ານ​, ປະ​ກອບ​ສ່ວນ​ເຮັດ​ໃຫ້​ປ່ຽນ​ແປງວິ​ທີ​ນຶກ​ຄິດ​ກ່ຽວ​ກັບ​ການ​ອ່ານ​ປຶ້ມ​ຂອງ​ໄວ​ໜຸ່ມ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຮ້ານ​ວາງ​ສະ​ແດງ​ປຶ້ມ​ກິມ​ດົງ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຢູ່ນີ້​ມີ​ປຶ້ມ​ເລື່ອງຫຼາຍ​ຫົວ​ທີ່​ຕົນ​ຊົມ​ຊອບ ແລະ ມັນ​ແທດ​ເໝາະ​ກັບ​ທ່າ​ອຽງ​ຂອງ​ໄວ​ໜຸ່ມ​ ”.
ຂ່າວ/ບົດ​ອື່ນ