ໄຂ​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດສາ​ກົນ ຫວຽດ​ນາມ 2022

(VOVWORLD) -  “ນະໂຍບາຍປ້ອງກັນຊາດຂອງ ຫວຽດນາມ ແມ່ນສັນຕິພາບ, ປ້ອງກັນຕົວ ແລະ ເພື່ອປະຊາຊົນ. ປັດຈຸບັນ, ກອງທັບປະຊາຊົນ ຫວຽດນາມ ພວມຕັ້ງໜ້າເຂົ້າຮ່ວມບັນດາຮູບແບບການຮ່ວມມືດ້ານປ້ອງກັນຊາດທີ່ເໝາະສົມທັງສອງຝ່າຍ ແລະ ຫຼາຍຝ່າຍກັບບັນດາປະເທດໃນໂລກ. ການຮ່ວມມືກ່ຽວກັບອຸດສາຫະກຳປ້ອງກັນຊາດ ແລະ ພິເສດແມ່ນງານວາງສະແດງປ້ອງກັນຊາດສາກົນປີ 2022 ຈະເປີດກາລະໂອກາດຮ່ວມມື ພ້ອມກັນສຶກສາຄົ້ນຄວ້າທ່າອ່ຽງພັດທະນາຂອງຍານອຸປະກອນເຕັກນິກອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ໃນໂລກ..."
ໄຂ​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດສາ​ກົນ ຫວຽດ​ນາມ 2022 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

        ຕອນເຊົ້າວັນທີ 8 ພະຈິກ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີໄຂງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ປີ 2022. ເຂົ້າຮ່ວມເຫດການດັ່ງກ່າວມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານພົນເອກ ຟານວັນຢາງ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ; ທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ; ທ່ານ Saikhanbayar Gursed ລັດຖະມົນຕີກະຊວງປ້ອງກັນປະເທດ ມົງໂກນ; ທ່ານພົນຕີ Victor Rojo Ramos, ຫົວໜ້າຝ່າຍການເມືອງບັນດາກຳລັງປະກອບອາວຸດປະຕິວັດ ກູບາ… ພ້ອມດ້ວຍຜູ້ຕາງໜ້າການນຳກະຊວງປ້ອງກັນປະເທດ, ຜູ້ບັນຊາການທະຫານບັນດາປະເທດໃນພາກພື້ນ ແລະໂລກ. ໂດຍດຳເນີນແຕ່ວັນທີ 8 – 10 ທັນວາ, ງານວາງສະແດງໄດ້ດຶງດູດກວ່າ 170 ຫົວໜ່ວຍ, ວິສາຫະກິດ ທີ່ມາຈາກ 30 ປະເທດໃນໂລກເຂົ້າຮ່ວມ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ:

        “ນະໂຍບາຍປ້ອງກັນຊາດຂອງ ຫວຽດນາມ ແມ່ນສັນຕິພາບ, ປ້ອງກັນຕົວ ແລະ ເພື່ອປະຊາຊົນ. ປັດຈຸບັນ, ກອງທັບປະຊາຊົນ ຫວຽດນາມ ພວມຕັ້ງໜ້າເຂົ້າຮ່ວມບັນດາຮູບແບບການຮ່ວມມືດ້ານປ້ອງກັນຊາດທີ່ເໝາະສົມທັງສອງຝ່າຍ ແລະ ຫຼາຍຝ່າຍກັບບັນດາປະເທດໃນໂລກ. ການຮ່ວມມືກ່ຽວກັບອຸດສາຫະກຳປ້ອງກັນຊາດ ແລະ ພິເສດແມ່ນງານວາງສະແດງປ້ອງກັນຊາດສາກົນປີ 2022 ຈະເປີດກາລະໂອກາດຮ່ວມມື ພ້ອມກັນສຶກສາຄົ້ນຄວ້າທ່າອ່ຽງພັດທະນາຂອງຍານອຸປະກອນເຕັກນິກອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ໃນໂລກ; ຫັນຊ່ອງທາງການຊື້ຂາຍເປັນຫຼາຍຮູບຫຼາຍແບບ; ວິທີຮັບເໝົາ, ຖ່າຍທອດເຕັກໂນໂລຢີຂອງຕ່າງປະເທດ ແລະ ການຜະລິດອາວຸດຍຸດໂທປະກອນ, ພະລາທິການ, ຕອບສະໜອງໃຫ້ແກ່ກຳລັງປະກອບອາວຸດຂອງບັນດາປະເທດ ເພື່ອຮັບໃຊ້ຄວາມຕ້ອງການປົກປັກຮັກສາປະເທດຊາດ, ປົກປ້ອງປະຊາຊົນຈາກສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່”.

        ໃນຂອບເຂດງານວາງສະແດງການປ້ອງກັນຊາດສາກົນ ຫວຽດນາມ ປີ 2022 ຈະດຳເນີນເຫດການຕ່າງໆຄື ກອງປະຊຸມສຳມະນາ “ຫັນເປັນດີຈີຕອນ ແລະ ໝູນໃຊ້ເຂົ້າໃນຂົງເຂດາປ້ອງກັນຊາດ”, “ການຮ່ວມມືກ່ຽວກັບອຸດສາຫະກຳປ້ອງກັນຊາດ ຫວຽດນາມ ແລະ ບັນດາປະເທດ”; ເວທີປາໄສ “ຮ່ວມມືກ່ຽວກັບອຸດສາຫະກຳປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ”./.

ຕອບກັບ

ຂ່າວ/ບົດ​ອື່ນ