ໄຂງານວາງສະແດງມໍລະດົກວັດທະນະທຳຂັບແທນຂອງຊົນເຜົ່າໄຕ,ນູ່ງ,ຜູ່ໄທຢູ່ຫວຽດນາມ

ໄຂງານວາງສະແດງມໍລະດົກວັດທະນະທຳຂັບແທນຂອງຊົນເຜົ່າໄຕ,ນູ່ງ,ຜູ່ໄທຢູ່ຫວຽດນາມ - ảnh 1
​ໄຂ​ງານ​ວາງສະ​ແດງ​ມໍລະດົກ​ວັດທະນະທຳ​ ຂັບ​ແທນ
ຂອງ​ຊົນ​ເຜົ່າ​ ໄຕ, ນູ່ງ,​ ຜູ່ໄທ​ຢູ່​ ຫວຽດນາມ
(ພາບ:tuyenquang.gov.vn)

(vovworld) – ຕອນ​ບ່າຍວັນ​ທີ 24/9, ຢູ່​ສູນ​ກອງ​ປະຊຸມ​ແຂວງ ຕວຽນ​ກວາງ, ກະຊວງ​ວັດ​ທະນະ​ທຳ, ກິ​ລາ ​ແລະ ທ່ອງ​ທ່ຽວ​ສົມທົບ​ກັບ​ແຂວງ ຕວຽນກວາງ ຈັດ​ຕັ້ງ​ພິທີ​ໄຂ​ງານ​ວາງສະ​ແດງ “ມໍລະດົກ​ວັດທະນະທຳ​ຂັບ​ແທນ​ບັນດາ​ເຜົ່າ ​ໄຕ, ນູ່ງ, ​ຜູ່ໄທ ຫວຽດນາມ” ປີ 2015. ງານ​ວາງສະ​ແດງ ​ແນະນຳ​ບັນດາ​ວັດຖຸ​ພັນ, ຮູບ​ແຕ້ມ, ຮູບ​ຖ່າຍ​ຂອງ​ຫໍພິພິທະ​ພັນ​ວັດທະນະທຳ​ບັນດາ​ເຜົ່າ ຫວຽດນາມ ​ແລະ ​ແຂວງ ຕວຽນ​ກວາງ, ບັກ​ຢາງ, ບັກ​ກ້ານ…​ສ່ອງ​ແສງ​ຊີວິດ​ການ​ເປັນ​ຢູ່​​ຂອງ​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ ​ໄຕ, ນູ່ງ, ​ຜູ່ໄທ, ພິ​ເສດ​ແມ່ນ​ສິລະ​ປະ​ຂັບ​ແທນ ​ແລະ ພິນຕິ໋ງ. ບັນດາ​ຮູບ​ພາບ, ວັດຖຸ​ພັນທີ່​​​ວາງສະ​ແດງ​ໄດ້​ປະກອບສ່ວນ​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ຄຸ້ນ​ຄ່າ​ວັດທະນະທຳ​ຂັບ​ແທນ. ພ້ອມ​ທັງ, ສ້າງຄັງ​ເອກະສານ​ອັນ​ລ້ຳ​ຄ່າ, ສະໜອງ​ເອກະສານ​ວິທະຍາສາດ​ສຳຄັນ ​ຮັບ​ໃຊ້​ໃຫ້ວຽກ​ງານສ້າງ​ສຳ​ເນົາ​ວິທະຍາສາດ​ຍືນ​ຕໍ່ UNESCO ຮັບຮອງ​ເອົາ​ຂັບ​ແທນ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​​ມວນມະນຸດ…

ຂ່າວ/ບົດ​ອື່ນ