ໄຂງານວາງສະແດງວິຈິດສິນພິເສດ ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ. ເກົາຫຼີ

(VOVWORLD) - ວັນທີ 16 ສິງຫາ, ຢູ່ນະຄອນຫຼວງ ເຊີອູນ, ໄດ້ດຳເນີນງານວາງສະແດງວິຈິດສິນພິເສດທີ່ມີຊື່ວ່າ “ເກືອຂອງປ່າ” ດ້ວຍການເຂົ້າຮ່ວມຂອງນັກຈິດຕະກຳ 7 ຄົນ ແລະ ກຸ່ມນັກຈິດຕະກຳ ຫວຽດນາມ ພ້ອມກັບນັກ ຈິດຕະກຳ 6 ຄົນ ແລະ ກຸ່ມນັກຈິດຕະກຳ ສ. ເກົາຫຼີ.
ໄຂງານວາງສະແດງວິຈິດສິນພິເສດ ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ. ເກົາຫຼີ - ảnh 1 ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນຫວູຕູ໋ ແລະ ບັນດາຜູ້ແທນເຂົ້າຮ່ວມ

ງານວາງສະແດງໄດ້ນຳມາວາງສະແດງກ່ວາ 20 ພາບແຕ້ມ, ເທບວີດີໂອ ແລະ ສິລະປະຈັດວາງ, ສະແດງໃຫ້ເຫັນຄວາມຮູ້ສຶກຂອງບັນດານັກສິລະປິນໜຸ່ມຂອງ 2 ປະເທດກ່ຽວກັບການປ່ຽນແປງຢ່າງວ່ອງໄວຂອງສັງຄົມໃນຮອບເວລາ 30 ປີຜ່ານມາ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ. ເກົາຫຼີ (22/12/1992 – 22/12/2017).

        ແລະ ກໍ່ໃນວັນດຽວກັນ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ປະດັບຫຼຽນກາທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງປະຊາຊາດ” ໃຫ້ທ່ານ Park Sang Shik, ອັກຄະລັດຖະທູດ, ທັງເປັນຫົວໜ້າສະຖານກົງສູນໃຫຍ່ ສ ເກົາຫຼີ ປະຈຳ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ