ໄຂງານວາງສະແດງວັດຖຸພັນທີ່ມີຄ່າຂອງຊາດ

ໄຂງານວາງສະແດງວັດຖຸພັນທີ່ມີຄ່າຂອງຊາດ - ảnh 1
ຄ້ອງ​ບ້າງ​ທອງ ​ງອກ​ຫລູ

(vovworld)- ງານ​ວາງ​ສະ​ແດງ “ສິ່ງ​ມີ​ຄ່າ​ຂອງ​ຊາດ​ຫວຽດ​ນາມ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 10/1/2017 ແລະ ເປີດ​ປະ​ຕູ​ຮອດ​ເດືອນ 5/2017 ຢູ່ ຫໍ​ພິ​ພິ​ທະ​ພັນ​ປ​ະ​ຫວັດ​ສາດ​ແຫ່ງ​ຊາດ, ເຮືອນເລກ​ 1 ຖະ​ຫນົນ ຈາງ​ຕຽນ ເມື​ອງ ຮ່​ວານ​ກຽມ ຮ່າ​ໂນ້ຍ. ນີ້​ເປັນ​ຄັ້ງ​ທຳ​ອິດ​ງານ​ວາງ​ສະ​ແດງ ເຕົ້າ​ໂຮມ ​ວັດ​ຖຸ​ພັນ​ທີ່​ມີ​ຄ່າ​ຂອງ​ຊາດ 18 ຢ່າງ ຊື່ງ​ແນະ​ນຳ​ໃຫ້​ຜູ້​ຊົມ​ໂດຍ​ສັງ​ເຂບ​ກ່ຽວ​ກັບ​ບັນ​ດາ​ສິ່ງ​ມີ​ຄ່າ​ໃນ​ໄລ​ຍະ​ວັດ​ທະ​ນະ​ທຳ ດົງ​ເຊີນ ກ່ອນນີ້ ກວ່າ 2000 ປີ, ບັນ​ດາ​ຍຸກ​ສະ​ໄຫມ​ຂອງ​ອະ​ລິ​ຍະ​ທຳ ດ້າຍ​ຫວຽດ ແລະ ບັນ​ດາ​ສະ​ໄຫມ​ສັກ​ດີ​ນາ​ຕະ​ຫລອດ​ຮອດ​ໄລ​ຍະ​ສ້າງ​ຕັ້ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ນະ​ພ​ິ​ທີ​ໄຂ​ງານ​ວາງ​ສະ​ແດງ, ປອ ຫງວຽນ​ວັນ​ດ​ວານ, ຮອງ​ຜູ້​ອຳ​ນວຍ​ການ ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ:

“ບ​ັນ​ດາ​ວັດ​ຖຸ​ພັນ​ທີ່ມີ​ຄ່າ​ຂອງ​ຊາດນີ້​ລ້ວນ​ແຕ່​ແມ່ນ​ບັນ​ດາ​ວັດ​ຖຸ​ພັນ​ຊື່ງ​ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ ເກັບ​ຮັກ​ສາ​ໄວ້​ມາ​ແຕ່​ດົນ​ນານ ແລະ ເຄີຍ​ແນະ​ນຳ​ເຖິງ​ຜູ້​ຊົມ​ທີ່​ບັນ​ດາ​ງານ​ວາງ​ສະ​ແດງຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ເປັນ​ຄັ້ງ​ທຳ​ອິດ ພວກ​ຂ້າ​ພະ​ເຈົ້າ​ແນະ​ນຳ​ວັດ​ຖຸ​ພັນ​ທີ່ມີ​ຄ່າ​ຂອງ​ຊາດ 18 ຢ່າງ. ດ້ວຍ​ວິ​ທີ​ການ​ວາງ​ສະ​ແດງ​ໃຫມ່, ​ດ້ວຍ​ເຄື່ອງອຸ​ປະ​ກອນ, ພາ​ຫະ​ນະ​ທັນ​ສະ​ໄຫມ, ຫ້ອງວາງ​ສະ​ແດງ​ມີ​ຈຸດ​ພົ້ນ​ເດັ່ນ, ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງກວ່າ ແລະ ຜ່ານນັ້ນ ເຊີດ​ຊູ​ບັນ​ດາ​ວັດ​ຖຸ​ພັນ​ໄດ້.”


ຕອບກັບ

ຂ່າວ/ບົດ​ອື່ນ