ໄຂງານສະແດງສິລະປະຂອງບັນດາຄະນະສິລະປະສູນກາງ

ໄຂງານສະແດງສິລະປະຂອງບັນດາຄະນະສິລະປະສູນກາງ - ảnh 1
(ພາບ​ປະ​ກອບ​ຈາກ baovanhoa.vn)

(vovworld) – ​ເມື່ອ​ງ​ໃນ​ໂອ​ກາດສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30/4/1975 – 30/4/2015), ຕອນ​ຄ່ຳ​ວັນທີ 5/4, ຢູ່​ນະ​ຄອນ​ໂຮ່ຈິ​ມິ​ນ, ກະຊວງ​ວັດທະນະ​ທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ສົມທົບ​​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ຈັດ​ຕັ້ງ​ພິທີໄຂ​ງານສະ​ແດງ​ສິລະ​ປະຂອງ​ບັນດາ​ຄະນະ​ສິລະ​ປະ​ສູນ​ກາງ​ ​ເພື່ອ​ຮັບ​ໃຊ້​ປະຊາຊົນນະຄອນ​ເປັນຈຳນວນ​ຫຼວງ​ຫຼາຍ. ລາຍການ​ວັດທະນະທຳ, ສິລະ​ປະຈະ​​ຖືກ​ດຳ​ເນີນ​​​ໃນ​ຕະຫຼອດ​ເວລາ​ ນັບແຕ່​ເດືອນ 4 – 9/2015, ​​​ເຊິ່ງຈະໄດ້​ເຕົ້າ​ໂຮມນັກ​ສິລະ​ປະ, ນັກສະ​ແດງກວ່າ 600 ຄົນ ຈາກ​ກວ່າ 10 ຫົວ​ໜ່ວຍສິລະ​ປະ​​ໃນທົ່ວ​ປະ​ເທດ ​​​ເພື່ອ​ຟ້ອນ​ລຳ​ທຳ​ເພງ​ຍ້ອງຍໍ​ພັກ, ປະທານ​ໂຮ່ຈິ​ມິນ, ປະ​ເທດ​​ແຫ່ງສັນຕິພາບ​ ໃນ​ໄລຍະ​ປ່ຽນ​ໃໝ່ ​ແລະ ພັດທະນາ.


ຂ່າວ/ບົດ​ອື່ນ