ໄຂຖະໜົນປື້ມລະດູບານໃໝ່ປີລະກາ2017

ໄຂຖະໜົນປື້ມລະດູບານໃໝ່ປີລະກາ2017 - ảnh 1
ໄຂຖະໜົນປື້ມລະດູບານໃໝ່ປີລະກາ2017
(ພາບອິນເຕີແນັດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 30/01 ຢູ່ ຮ່າ​ໂນ້ຍ, ພະ​ແນ​ກຖະ​ແຫຼ​ງຂ່າວ - ສື່ສານ ຮ່າ​ໂນ້ຍ, ຄະນະ​ກຳມະການ​ປະຊາຊົນ​ເມືອງ ຮ່ວານ​ກຽມ ຈັດ​ຕັ້ງ​ພິທີ​ໄຂ “ຖະໜົນ​ປື້​ມລະດູບານ​ໃໝ່​ປີ​ລະກາ 2017”. ນີ້​ແມ່ນ​ການ​ເຄື່ອນ​ໄຫ​ວ ​ແນ​ໃສ່​ສ້າງບໍລິ​ເວນ​ວັດທະນະທຳ​ອ່ານ​ໃຫ້​ປະຊາຊົນ​ນະຄອນຫລວງ ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ​ປີລະກາ, ​ເຊີດ​ຊູ​ວັດທະນະທຳ​ອ່ານ ​ແລ​ະ ພັດທະນາ​ຂະ​ບວນການ​ອ່ານ​ປື້​ມ.

        ຖະໜົນ​ປື້​ມລະດູບານ​ໃໝ່​ປີ​ລະກາ 2017 ລວມມີ​ຮ້ານ​ວາງສະ​ແດງ​ປື້​ມທີ່​ສວຍ​ງານ, ສ້າງຄວາມ​ປະ​ທັບ​ໃຈ 25 ຮ້ານ ດ້ວຍ​ການ​​ເຂົ້າ​ຮ່ວມ​ຂອງ​ໂຮ​ງພິມ​ຈຳໜ່າຍ, ບໍລິ​ສັດ​ປື້​ມ​ທີ່​ມີ​ຊື່​ສຽງ​ຫລາຍ​ແຫ່ງ.  ພິ​​ເສດ ຖະໜົນ​ປື້​ມລະດູບານ​ໃໝ່​ປີ​ນີ້ ມີ​ຮ້ານ​ວາງສະ​ແດງ ​ແລະ ​ແນະນຳ​ຂາຍ​ໜັງສື​ພິມ​ບຸນ​ເຕັດ, ໜັງສື​ພິມ​ລະດູບານ​ໃໝ່​ຂອງ​ບັນດາ​ສຳນັກ​ສື່​ມວນ​ຊົນ ຮ່າ​ໂນ້ຍ. ນ້ອງ ຟ້າ​ມຫາຍ​ຟ່ອງ ນັກຮຽນ​ໂຮງຮຽນ ທັງ​ລອງ ຮ່າ​ໂນ້ຍ ມາ​ຢ້ຽມ​ຊົມຖະໜົນ​ປື້​ມລະດູບານ​ໃໝ່​​ແບ່ງປັນ​ວ່າ:

        “ນ້ອງ​ມັກ​ໄປ​ງານ​ບຸນ​ປື້​ມລະດູບານ​ໃໝ່​ຄື​ແນວ​ນີ້ ​​ເພາະມີ​ຜົນ​ປະ​ໂຫຍ​ດທີ່​ສຸດ. ຖະນົນ​ປື້​ມ ລະດູບານ​ໃໝ່​ທັງ​ຊ່ວຍ​ໃຫ້​ທຸກ​ຄົນ​ສຳ​ຜັດ​ກັບ​ບໍລິ​ສັດ​ຈຳໜ່າຍ​ປື້​ມ, ທັງຊ່ວຍ​ໃຫ້​ທຸກ​ຄົນ​ຮູ້ສຶກ​ໄດ​້ ບັນຍາກາດ​ຂອງ​ບຸນ​ເຕັດກ່ວາ”

ຂ່າວ/ບົດ​ອື່ນ