ໄຂບັນດາງານບຸນຊົມເຊີຍລະດູບານໃໝ່ຢູ່ ດັກລັກ ຢ່າງຟົດຟື້ນມ່ວນຊື່ນ

(VOVWORLD) - ວັນທີ 22 ກຸມພາ (ກົງກັບວັນທີ 7 ບຸນເຕັດ), ຢູ່ບ້ານ 6, ຕາແສງ ຮ່ວາເຊີນ, ເມືອງ ກຣົງບົງ (ແຂວງ ດັກລັກ)
ໄຂບັນດາງານບຸນຊົມເຊີຍລະດູບານໃໝ່ຢູ່ ດັກລັກ ຢ່າງຟົດຟື້ນມ່ວນຊື່ນ - ảnh 1 ງານບຸນຊົມເຊີຍລະດູບານໃໝ່ຢູ່ ດັກລັກ

ໄດ້ດຳເນີນງານບຸນຊົມເຊີຍປີໃໝ່ ດ້ວຍການລະຫຼີ້ນພື້ນເມືອງທີ່ເປັນມູນເຊື້ອຂອງຊົນເຜົ່າເມື່ອງຫລາຍຢ່າງ. ທ່ານ ດັັ້ງຢາຢວນ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດັກລັກ ໃຫ້ຮູ້ວ່າ:

        “ບັນດາງານບຸນນີ້ ໄດ້ ແລະ ຈະດຶງດູດການເຂົ້າຮ່ວມຂອງປະຊາຊົນເປັນຈຳນວນຫລວງຫລາຍ, ສ້າງບັນຍາກາດມ່ວນຊື່ນ, ສົດໃສ. ເບິ່ງລວມແລ້ວ, ບັນດາງານບຸນໃນບໍລິເວນແຂວງໄດ້ປະຕິບັດຖືກຕາມແຜນນະໂຍບາຍຂອງພັກ, ລັດກ່ຽວກັບວຽກງານຄຸ້ມຄອງ ແລະ ການຈັດຕັ້ງງານບຸນ. ໂດຍຜ່ານບັນດາງານບຸນຄືດັ່ງກ່າວ ສີສັນວັດທະນະທຳຂອງວົງຄະນະຍາດ 47 ຊົນເຜົ່າອ້າຍນ້ອງໃນບໍລິເວນແຂວງ ໄດ້ເສີມຂະຫຍາຍ, ໂຄສະນາເຜີຍແຜ່ແນະນຳບັນດາຈຸດທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນ. ພິເສດ ໂດຍຜ່ານການພົວພັນແລກປ່ຽນໃນການດຳລົງຊີວິດວັດທະນະທຳວົງຄະນະຍາດ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີແຫ່ງຊາດ”.

 

ຕອບກັບ

ຂ່າວ/ບົດ​ອື່ນ