ໄຂປີທ່ອງທ່ຽວແຫ່ງຊາດເຂດທົ່ງພຽງແມ່ນນ້ຳແດງ - ຫາຍຟ່ອງ 2013

ໄຂປີທ່ອງທ່ຽວແຫ່ງຊາດເຂດທົ່ງພຽງແມ່ນນ້ຳແດງ - ຫາຍຟ່ອງ 2013 - ảnh 1
(ພາບປະກອບ)
(vovworld) - ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດປີ 2013 ​ແລະ ງານ​ບຸນດອກ​ຟາງ​ແດງຫາຍ​ຟ່ອງ ຄັ້ງ​ທີ 2 ຖື​ກ​ໄຂຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 11/05, ຢູ່​ນະ​ຄອນ​ຫາຍ​ຟ່ອງ. ປີທ່ອງ​ທ່ຽວ​ແຫ່ງ​ຊາດ​​ເຂດທົງ​ພຽງ​ແມ່​ນ້ຳ​ແດງ - ຫາຍ​ຟ່ອງປີ 2013 ດ້ວຍ​ຫົວ​ຂໍ້​ວ້າ “ອະລິຍະ​ທຳ​ແມ່​ນ້ຳ​ແດງ”. ຈຸດ​ຜົ້ນ​ເດັ່ນ​ຂອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ທົ່ງພຽງ​ແມ່ນ​ນ້ຳ​ແດງ - ຫາຍ​ຟ່ອງ 2013 ​ແມ່ນ​ສັບ​ປະ​ດາ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫາຍ​ຟ່ອງ ​ເຊິ່ງ​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 09 – 18/05 ດ້ວຍ 30 ​ເຫດ​ການ. ທ່ານ ​ເລ​ຄັກນາມ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຫາຍ​ຟ່ອງ ​ໃຫ້​ຮູ້​ວ່າ.

        “ຈຸດ​ພົ້ນ​ເດັ່ນ​ໃນ​ຄໍ່​າຄືນວັນ​ທີ 11/05 ​ແມ່ນ​ລະ​ດົມ​ບັນດາ​ນັກຮຽນ, ນັກ​ສີ​ລະ​ປິນນັບ​ພັນ​ຄົນ​ເຂົ້າ​ຮ່ວມ. ພວກ​ຂ້າພະ​ເຈົ້າ​ໄດ້ສົ່ງ​ສານ​ເຖິງ​ນັກ​ທ່ອ​ງທ່ຽວທີ່​ວ່າ ​ຫາຍ​ຟ່ອງ ​ແມ່ນສະຖານ​ທີ່​ປອດ​ໄພ, ​ໃກ້ຊິດ​ສະ​ໜິດສະໜົມກັບ​ແຂກ​ທ່​ອງທ່ຽວ. ມາ​ຫາຍ​ຟ່ອງ ນັກ​ທ່​​ອງທ່ຽວ​ຈະ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງສະໜິດ​ສະໜົມ, ​ເຊິ່ງຈະສ້າງ​ຄວາມປະ​ທັບ​ໃຈ​​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ ​ແລະ ດຶງ​ດູດ​ເຂົາ​ເຈົ້າສືບ​ຕໍ່​ກັບ​ຄື​ນຫາຍ​ຟ່ອງ​ໃນ​ຊຸມ​ປີ​ຕໍ່​​ໄປ.”

ຂ່າວ/ບົດ​ອື່ນ