ໄຂ​​ລະ​ດູການ​ທ່ອງ​ທ່ຽວ​ແຂວງ ຖ໊າຍ​ງວຽນ ປີ 2022 ດ້ວຍ​ຫົວ​ຂໍ້ “ຄົ້ນ​ຫາ​ເຂດ​ດິນ​ແດນ​ແຫ່ງ​ເທບ​ນິ​ຍາຍ”

(VOVWORLD) -ຕອນເຊົ້າວັນທີ 24 ເມສາ, ແຂວງ ຖ໊າຍງວຽນ ໄດ້ໄຂລະດູລາຍການທ່ອງທ່ຽວຖ໊າຍງວຽນ ປີ 2022 ດ້ວຍຫົວຂໍ້ “ຄົ້ນຫາເຂດດິນແດນແຫ່ງເທບນິຍາຍ” ຢູ່ນະຄອນ ໂຊງໂກງ. 
ໄຂ​​ລະ​ດູການ​ທ່ອງ​ທ່ຽວ​ແຂວງ ຖ໊າຍ​ງວຽນ ປີ 2022 ດ້ວຍ​ຫົວ​ຂໍ້ “ຄົ້ນ​ຫາ​ເຂດ​ດິນ​ແດນ​ແຫ່ງ​ເທບ​ນິ​ຍາຍ” - ảnh 1ພິທີໄຂລະດູລາຍການທ່ອງທ່ຽວຖ໊າຍງວຽນ ປີ 2022 ດ້ວຍຫົວຂໍ້ “ຄົ້ນຫາເຂດດິນແດນແຫ່ງເທບນິຍາຍ” ຢູ່ນະຄອນ ໂຊງໂກງ (ພາບ: TTXVN)

ເຫດການດັ່ງກ່າວມີການເຂົ້າຮ່ວມຂອງຜູ້ແທນມາຈາກແຂວງ ລ້າງເຊີນ, ນິງບິ່ງ, ບັກກ້ານ, ແຄ໊ງຮວ່າ, ຕວຽນກວາງ; ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ, ບັນດາບໍລິສັດ, ວິສາຫະກິດທ່ອງທ່ຽວ, ຂົນສົ່ງແຂກທ່ອງທ່ຽວ…

ທີ່ພິທີໄຂ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຕະກວາງດົງ ສະເໜີໃຫ້ຂະແໜງທ່ອງທ່ຽວແຂວງ ຖ໊າຍງວຽນ ໃນໄລຍະຈະມາເຖິງ ຕ້ອງພັດທະນາການທ່ອງທ່ຽວຕາມທິດເປັນມືອາຊີບ, ທັນສະໄໝ, ອະລິຍະທຳ, ມີຄຸນນະພາບ, ບັນລຸປະສິດທິຜົນ, ຕິດພັນກັບການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກ, ສີສັນວັດທະນະທຳຂອງຊາດ; ສ້າງສະພາບແວດລ້ອມການທ່ອງທ່ຽວຂຽວ. ຖ໊າຍງວຽນ ກໍຕ້ອງເປັນເຈົ້າການສົມທົບ, ຮ່ວມສຳພັນກັບທ້ອງຖິ່ນ, ວິສາຫະກິດເພື່ອພັດທະນາ, ປ່ຽນແປງໃໝ່ຜະລິດຕະພັນໃຫ້ເໝາະສົມກັບທ່າອ່ຽງໃໝ່; ເພີ່ມປະສິດທິຜົນໃນການເຊື່ອມຕໍ່ແຂວງກັບແຂວງ.

ທີ່ພິທີໄຂ, ສະຫະສະມາຄົມທ່ອງທ່ຽວແຂວງ ຖ໊າຍງວຽນ ໄດ້ລົງນາມການຮ່ວມມືພັດທະນາການທ່ອງທ່ຽວກັບບັນດາຫົວໜ່ວຍ, ວິສາຫະກິດທ່ອງທ່ຽວຂອງ ຮ່າໂນ້ຍ ແລະ ສະຫະສະມາຄົມການທ່ອງທ່ຽວແຂວງ ຫວິງຟຸກ, ນິງບິ່ງ ແລະ ຮ່າໂນ້ຍ./.

ຕອບກັບ

ຂ່າວ/ບົດ​ອື່ນ