ໄຂລາຍການທ່ອງທ່ຽວ“ຜ່ານບັນດາເຂດມໍລະດົກຫວຽດບັກ”

ໄຂລາຍການທ່ອງທ່ຽວ“ຜ່ານບັນດາເຂດມໍລະດົກຫວຽດບັກ” - ảnh 1
ໄຂລາຍການທ່ອງທ່ຽວ “ຜ່ານບັນດາເຂດມໍລະດົກຫວຽດບັກ”
ພາບ:thainguyentv.vn


(vovworld)-​ ລາຍ​ການ​ດັ່ງ​ກ່າວ​ຖ​ືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 18/11 ຢູ່ ແຂວງ ທາຍງວຽນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ, ແນະ​ນຳ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ທ່ອງ​ທ່ຽວ, ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ, ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ການ​ຮ່ວມ​ສຳ​ພັນ​ການ​ລົງ​ທຶນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໃຫຍ່​ສຸດ​ໃນ​ປີ​ຂອງ 6 ແຂວງ​ເຂດ​ຫວຽດ​ບັກ(ພາກ​ເຫນືອ​ຫວຽດ​ນາມ)​ຄື: ທາຍງວຽນ, ບັກ​ກ້ານ, ກາວ​ບັ່ງ, ລ້າງ​ເຊີນ, ຕວຽນ​ກວາງ, ຮ່າ​ຢາງ. ເປີດ​ສາກພິ​ທີ​ໄຂ​ແມ່ນ​ລາຍການ​ສະ​ແດງ​ສິ​ລະ​ປະ​ຂອງກອງ​ສິ​ລະ​ປະ​ກອນ​ເຂດ ຫວຽດ​ບັກ​ເຊິ່ງໄດ້​ວາດ​ພາບ​ບັນ​ດາ​ງານ​ບຸນ ແລະ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ຜູ​້​ຕາງ​ຫນ້າ​ການ​ນຳ​ແຂວງ ທາຍງວຽນ ແລະ ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ຊີ້​ແຈ້ງວ່າ: ຫວຽດ​ບັກ ແມ່ນ​ສະ​ຖານ​ທີ່​ດຳ​ລົງ​ຊີ​ວິດ​​ແຕ່​ດົນ​ນານ​ມາ​ແລ້ວຂອງ 20 ກວ່າ​ຊົນ​ເຜົ່າອ້າຍ​ນ້ອງ, ແມ່ນ​ແຫ່ງ​ເຕົ້າ​ໂຮມ​ຂອງ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຂອງ​ທ້ອງ​ຖິ່ນ​ທີ່​ອຸ​ດົມ​ສົມ​ບູນ, ຫລາຍ​ຮູບ​ຫລາຍ​ແບບ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊົນ​ເຜົ່າ, ແມ່ນ​ບ​້ານ​ເກີດການ​ປະ​ຕິ​ວັດ. ທ່ານ ຫງວຽນ​ວັນ​ຕວນ, ຫົວ​ຫນ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດ​ນາມ ເນັ້ນ​ຫນັກ​ວ່າ:

        “ເພື່ອ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ, ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ ແລະ ກຳ​ລັງ​ແຮງ​ຮ່ວມ​ສຳ​ພັນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຫວຽດ​ບັກ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ສະ​ເຫນີ​ບັນ​ດາ​ທ້ອງ​ຖິ່ນ​ໃນ​ເຂດ​ສ້າງ​ແຜນ​ສັງ​ລວມ​ເທື່ອ​ລະ​ກ້າວ​ເພື່ອ​ປ​ະ​ຕິ​ບັດ​ບັນ​ດາ​ລາຍ​ການ​ພັດ​ທະ​ນາ​ທ່ອງ​ທ່ຽວ, ສ້​າ​ງ​ລາຍ​ການ​ທ່ອງ​ທ່ຽວ, ສະ​ຖານ​ທີ່​ທ່ອງ​ທ່ຽວ​ດ້ວຍ​ລະ​ດັບ​ເຂດ​ຢ່າງ​ແທ້​ຈິງ ແລະ ຍືນ​ຍົງ.”

 

ຂ່າວ/ບົດ​ອື່ນ