ໄຂລາຍການ“ແນະນຳແຂວງກວ໋າງບີງມາໃຫ້ຊາວນະຄອນຫລວງຮ່າໂນ້ຍ”

ໄຂລາຍການ“ແນະນຳແຂວງກວ໋າງບີງມາໃຫ້ຊາວນະຄອນຫລວງຮ່າໂນ້ຍ” - ảnh 1
ຖ້ຳ​ທຽນ​ເດືອງ ຢູ່ ກວ໋າງ​ບີງ
ພາບ:dantri

(vovworld)- ຕອນ​ຄ່ຳ​ວັນ​ທີ 25/3 ຢູ່ ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງກວ໋າງ​ບີງ ໄດ້​ຈັດ​ຕັ້ງ​ພິ​ທີ​ໄຂ​ລາຍ​ການ “ແນະ​ນຳ​ກວ໋າງ​ບີງ​ມາ​ໃຫ້​ຊາວນະ​ຄອນ​ຫລວງ​ຮ່າ​ໂນ້ຍ”. ລາຍ​ການນີ້​ເພື່ອ​ແນະ​ນຳ ໂຄ​ສະ​ນາ​ຄວາມ​ສວຍງາມ​ທຳ​ມະ​ຊາດ, ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ທີ​ເປັນ​ເອ​ກະ​ລັກ​ສະ​ເພາະ, ທ່າ​ແຮງ​ການ​ທ່ອງ​ທ່ຽວຂອງ​ ກວ໋າງ​ບີງ”. ກ່າວ​ຄຳ​ເຫັນ​ພິ​ທີ​ໄຂ, ທ່ານ ຫງວຽນ​ຫືງ​ຮ່​ວາຍ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວ໋າງ​ບີງ ໃຫ້​ຮູ້​ວ່າ:

        “ລາຍ​ການ​ແນະ​ນຳ​ແຂວງກວ໋າງ​ບີງ​ມາ​ໃຫ້​ຊາວ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ດ້ວຍ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະຫລາຍ​ຢ່າງ ເພື່ອ​ໂຄ​ສະ​ນາ​ຄວາ​ມ​ສວຍ​ງາມ​ຂອງ​ທຳ​ມະ​ຊາດ, ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ທ່າ​ແຮງ​ການ​ທ່ອງ​ທ່ຽວ​ຂອງ ກວ໋າງ​ບີງ.”

ໃນລາຍ​ການ​ດັ່ງ​ກ່າວ, ​ພົ້ນ​ເດັ່ນ​ແມ່ນກອງ​ປະ​ຊຸມ​ໂຄ​ສະ​ນາ, ສົ່ງ​ເສີມ ແລະ ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ ກວ໋າງບ​ີງ - ຮ່າ​ໂນ້ຍ ພ້ອມ​ທັງ​ດຶງ​ດູດ​ບັນ​ດາ​ວິ​ສາ​ຫະ​ກິດ ຮ່າ​ໂນ້ຍ ມາ​ລົງ​ທຶນ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທ່າ​ໄດ້​ປຽບ​ກ​ານ​ທ່ອງ​ທ່ຽວ​ຂອງ​ແຂວງ ກວ໋າງບ​ີງ. 


ຕອບກັບ

ຂ່າວ/ບົດ​ອື່ນ