ໄຂວັນກາບກອນຫວຽດນາມຄັ້ງທີ14

(VOVWORLD) -ວັນກາບກອນຫວຽດນາມຄັ້ງທີ 14 ປີ 2018 ຖືກໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 2 ມີນາ ຢູ່ ວັນມຽວ ກວັກຕືຢາມ, ຮ່າໂນ້ຍ.
ໄຂວັນກາບກອນຫວຽດນາມຄັ້ງທີ14 - ảnh 1ລາຍການສະແດງສິລະປະໄຂວັນກາບກອນຫວຽດນາມ  

ປິນີ້ເປັນຄັ້ງທຳອິດ ວັນກາບກອນຫວຽດນາມ ດຳເນີນໃນເວລາ 4 ວັນ ແຕ່ວັນທີ 27-28 ກຸມພາ ແລະ ວັນທີ 1-2 ມີນາ. ດ້ວຍຫົວຂໍ້ “ນັກປະພັນຫວຽດນາມ ຮ່ວມເດີນທາງກັບປະເທດຊາດ”, ວັນກາບກອນແມ່ນມຸ່ງໄປເຖິງການຮ່ວມເດີນທາງກັບບັນດາບັນຫາຄວາມເປັນຕາຍຂອງປະເທດຊາດ, ຂອງປະຊາຊົນ; ກັບຜູ້ມີຫົວຄິດປະດິດສ້າງໃນທຸກຂົງເຂດຂອງຊີວິດ.

ວັນກາບກອນຫວຽດນາມ ຄັ້ງທີ 14 ດຳເນີນໄປດ້ວຍການເຄື່ອນໄຫວຫລາຍຢ່າງທີ່ອຸດົມສົມບູນ, ດູດດື່ມ. ແລະກໍ່ໃນຕອນເຊົ້າວັນດຽວກັນ, ວັນກາບກອນຫວຽດນາມ ຄັ້ງທີ 14 ປີ 2018 ດ້ວຍຫົວຂໍ້ “ລະດູບານໃຫມ່ -  ກົກເຄົ້າ ແລະ ຫົວຄິດປະດິດສ້າງ” ຖືກໄຂຂຶ້ນຢູ່ ນະຄອນ ໂຮ່ຈິມີນ. ວັນກາບກອນຢູ່ນະຄອນ ໂຮ່ຈິມີນ ແມ່ນສຸມໃສ່ເຊີດຊູ ນັກກະວີລຸ້ນຄົນທີ່ເຂົ້າຮ່ວມການບຸກໂຈມຕີຄັ້ງໃຫຍ່ ແລະ ການລຸກຮື້ຂຶ້ນລະດູບານໃຫມ່ປີວອກ 1968. ເຂົ້າຮ່ວມວັນກາບກອບປີນີ້ ບັນດາຜູ້ນິຍົມກາບກອນ ບໍ່ພຽງແຕ່ໄດ້ຮັບຟັງບົດກາບກອນ, ອ່ານບົດກາບກອນເທົ່ານັ້ນ ຫາກຍັງໄດ້ໂອ້ລົມກັບບັນດານັກປະພັນ, ນັກກະວີທີ່ມີຊື່ສຽງ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ