ໄຂວັນບຸນຄອບຄົວຫວຽດນາມປີ2016

ໄຂວັນບຸນຄອບຄົວຫວຽດນາມປີ2016 - ảnh 1
ວັນ​ບຸນ​ຄອບ​ຄົວ​ຫວຽດ​ນາມ​ປີ 2016
ພາບ:baomoi.com
(vovworld)- “ວັນ​ບຸນ​ຄອບ​ຄົວ​ຫວຽດ​ນາມ​ປີ 2016” ຖືກ​ໄຂ​ຂຶ້​ນ​ໃນ​ຕອນ​ຄ່ຳ​ວັນ​ທີ 25/6 ຢູ່​ສູນ ວາງ​ສະ​ແດງວັດ​ທະ​ນະ​ທຳ​ສິ​ລະ​ປະ​ຫວຽດ​ນາມ ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສິ​ລະ​ປະ, ການ​ລະ​ຫລິ້ນ​ພື້ນ​ເມືອງ, ກອງ​ປະ​ຊຸມ​ສຳ​ມະ​ນາ. ນອກນັ້ນ ຄະ​ນະ​ຈັດ​ຕັ້ງ ຍູ້​ແຮງ​ການ​ເບິ່ງ​ແຍງ​ສຸ​ຂະ​ພາບ​ໃຫ້​ຄອບ​ຄົວ ດ້ວຍ​ການ​ເຄື່ອນ​ໄຫວ​ມີ​ປະ​ໂຫຍດ​ຫລາຍ​ຢ່າງ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ເວືອງ​ຢີ​ບຽນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ໃຫ້​ຮູ້​ວ່າ:

        “ປີນີ້ ຈຸດ​ເດັ່ນ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ວາງ​ສະ​ແດງ​ປື້ມ​ແນະ​ນຳ​ການ​ຝືກ​ຝົນ​ບັນ​ດາ​ທັກ​ສະ​ໃນ​ການ​ດຳ​ລົງ​ຊີ​ວິດ​ໃຫ້​ພວກ​ນ້ອງນ້ອຍ ແລະ ພໍ່​ແມ່​ຂອງ​ພວກ​ຫລານ, ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ໂຮງ​ຮຽນ ແລະ ຄອບ​ຄົວ ເພື່ອ​ສ້າງ​ບຸກ​ຄະ​ລີກ​ກະ​ພາບ​ໃຫ້​ແກ່​ລຸ້ນ​ຫນຸ່ມ.”

        ວັນ​ບຸນ​ຄອບ​ຄົວ​ຫວຽດ​ນາມ ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິງ ແນ​ໃສ່​ເຊີດ​ຊູ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຄອບ​ຄົວ​ຫວຽດ​ນາມ ຈາກນັ້ນ ຕັກ​ເຕືອນ​ໃຫ້​ລຸ້ນ​ຫນຸ່ມ​ຮູ້​ຈັກ​ເຄົາ​ລົບ​ຄຸນ​ຄ່າ​ຂອງ​ຄອບ​ຄົວ​ໃນ​ສັງ​ຄົມ​ປະ​ຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ