ໄຂວັນບຸນທ່ອງທ່ຽວວັດທະນະທຳຕະຫຼາດນ້ຳ ກາຍຣັງ - ເກິນເທີ

(VOVWORLD) - ວັນບຸນຈັດຂຶ້ນແຕ່ວັນທີ 10 – 12 ກໍລະກົດ, ເຫດການມີການເຄື່ອນໄຫວດຶງດູດໃຈຫຼາຍຢ່າງ
ໄຂວັນບຸນທ່ອງທ່ຽວວັດທະນະທຳຕະຫຼາດນ້ຳ ກາຍຣັງ - ເກິນເທີ - ảnh 1ເຫດການມີການເຄື່ອນໄຫວດຶງດູດໃຈຫຼາຍຢ່າງ
(ພາບ: laodong.vn)

        ວັນທີ 10 ກໍລະກົດ, ຢູ່ນະຄອນ ເກິນເທີ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ເກິນເທີ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ກາຍຣັງ ຈັດພິທີໄຂ “ວັນບຸນທ່ອງທ່ຽວ, ວັດທະນະທຳ ຕະຫຼາດນ້ຳ ກາຍຣັງ” ນະຄອນ ເກິນເທີ ຄັ້ງທີ 7 ປີ 2023.

        ວັນບຸນຈັດຂຶ້ນແຕ່ວັນທີ 10 – 12 ກໍລະກົດ, ເຫດການມີການເຄື່ອນໄຫວດຶງດູດໃຈຫຼາຍຢ່າງ, ຄື: ຂັບ ເດີນກາຕ່າຍຕືຢູ່ຕະຫຼາດນ້ຳ ກາຍຣັງ; ໂຄສະນາຜະລິດຕະພັນການຄ້າ, ການບໍລິການ, ຜະລິດຕະພັນກະເສດ; ວັນບຸນຫັນການທ່ອງທ່ຽວເປັນດີຈີຕອນລະຫວ່າງ ນະຄອນ ໂຮ່ຈີມິນ ແລະ 13 ແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທ່ານ ຫງວຽນຖືກຫ້ຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກິນເທີ, ໃຫ້ຮູ້ວ່າ:

        “ທາງນະຄອນໄດ້ຍູ້ໄວການສ້າງແຜນຮ່າງ “ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ວັດທະນະທຳຕະຫຼາດນ້ຳ ກາຍຣັງ ຮັບໃຊ້ການພັດທະນາການທ່ອງທ່ຽວຮອດປີ 2030, ວິໄສທັດຮອດປີ 2045”. ເພີ່ມທະວີວຽກງານຄຸ້ມຄອງຂອງລັດກ່ຽວກັບການທ່ອງທ່ຽວ, ຄຸ້ມຄອງຄຸນນະພາບການບໍລິການ, ສ້າງສະພາບແວດລ້ອມແຫ່ງການທ່ອງທ່ຽວທີ່ປອດໄພ, ມີຄຸນນະພາບ ເພື່ອດຶງດູດແຂກທ່ອງທ່ຽວທີ່ມາຢ້ຽມຢຽມຕະຫຼາດນ້ຳ ກາຍຣັງ ໃຫ້ນັບມື້ນັບຫຼາຍຂຶ້ນ”.

        ໃນ 6 ເດືອນຕົ້ນປີ, ນະຄອນ ເກິນເທີ ໄດ້ຕ້ອນຮັບແຂກທ່ອງທ່ຽວເກືອບ 4 ລ້ານເທື່ອຄົນມາຢ້ຽມຢາມ, ທ່ອງທ່ຽວ, ບັນລຸ 76,7% ແຜນການຂອງປີ.

ຕອບກັບ

ຂ່າວ/ບົດ​ອື່ນ