ໄຂວັນບຸນປື້ມ ຫວຽດນາມ 2018

(VOVWORLD) - ວັນບຸນປີນີ້ສືບຕໍ່ໄດ້ຮັບການຈັດຕັ້ງເພື່ອແນໃສ່ເຊີດຊູຄຸນຄ່າຂອງປື້ມ, ຢັ້ງຢືນບົດບາດ, ທີ່ຕັ້ງ, ຄວາມສຳຄັນຂອງປຶ້ມໃນຊີວິດສັງຄົມ, ເຊີດຊູບັນດາຜູ້ປະຕິບັດວຽກງານສະສົມ, ປະດິດແຕ່ງ, ຈຳໜ່າຍ…
ໄຂວັນບຸນປື້ມ ຫວຽດນາມ 2018 - ảnh 1 ບັນດາຜູ້ໄດ້ຮັບລາງວັນປື້ມແຫ່ງຊາດ

ເພື່ອຂ່ຳນັບຮັບຕ້ອນວັນບຸນປື້ມ ຫວຽດນາມ (21 ເມສາ), ວັນບຸນປື້ມ ແລະ ລິຂະສິດໂລກ 23 ເມສາ, ຕອນເຊົ້າວັນທີ 19 ເມສາ, ຢູ່ຫໍສະໝຸດແຫ່ງຊາດ ຫວຽດນາມ (ຮ່າໂນ້ຍ) ໄດ້ໄຂ “ວັນບຸນປື້ມ ຫວຽດນາມ 2018” ດ້ວຍຫົວຂໍ້ວ່າ: “ປື້ມ - ຄວາມຮູ້ສ້າງອະນາຄົດ”. ວັນບຸນປີນີ້ສືບຕໍ່ໄດ້ຮັບການຈັດຕັ້ງເພື່ອແນໃສ່ເຊີດຊູຄຸນຄ່າຂອງປື້ມ, ຢັ້ງຢືນບົດບາດ, ທີ່ຕັ້ງ, ຄວາມສຳຄັນຂອງປຶ້ມໃນຊີວິດສັງຄົມ, ເຊີດຊູບັນດາຜູ້ປະຕິບັດວຽກງານສະສົມ, ປະດິດແຕ່ງ, ຈຳໜ່າຍ…

        ຈຸດເດັ່ນຂອງວັນບຸນປີນີ້ແມ່ນພິທີມອບລາງວັນປື້ມແຫ່ງຊາດ. ທ່ານ ຫງວຽນຊວນຢູ້ງ, ຮອງຜູ້ອຳນວຍການຫໍສະໝຸດແຫ່ງຊາດ - ຮອງຫົວໜ້າຄະນະຈັດຕັ້ງວັນບຸນ ແບ່ງປັນວ່າ:

        “ປີນີ້, ຫໍສະໝຸດແຫ່ງຊາດໄດ້ເປັນກຽດເປັນຄັ້ງທຳອິດຈັດຕັ້ງພິທີມອບລາງວັນປື້ມແຫ່ງຊາດຄັ້ງທີ 1. ຈຸດໃໝ່ຂອງປີນີ້ ແມ່ນມີພວກຫຼານຢູ່ ໃນເກນ ອາຍຸແຕ່ 3 5 ປີ. ນີ້ແມ່ນພວກຫຼານໃນເກນອາຍຸບໍ່ຮູ້ອ່ານ ແລະ ຂຽນ ແຕ່ພວກຂ້າພະເຈົ້າກໍ່ສະຫງວນໃຫ້ພວກຫຼານ “ບ່ອນລະຫຼິ້ນ” ເພື່ອໃຫ້ພວກອາອ່ານປື້ມໃຫ້ພວກຫຼານຟັງ, ໃຫ້ພວກຫຼານໄດ້ສຳຜັດກັບປຶ້ມ ແລະ ສ້າງຄວາມລຶ້ງເຄີຍອ່ານປຶ້ມແຕ່ຄາວຍັງນ້ອຍ.”

ຕອບກັບ

ຂ່າວ/ບົດ​ອື່ນ