ໄຂວັນ​ບຸນ​ສື່ມວນ​ຊົນ​ທົ່ວ​ປະ​ເທດ 2023 - ວັນ​ບຸນ​ຂອງ​ຜູ້​ເຮັດ​ວຽກ​ງານ​ການ​ຂ່າວ​ໃນ​ທົ່ວ​ປະ​ເທດ

(VOVWORLD) -ວັນບຸນໜັງສືພິມທົ່ວປະເທດ 2023 ໂດຍມີການເຂົ້າຮ່ວມຂອງຮ້ານວາງສະແດງ 87 ຮ້ານ ເຊິ່ງວາງສະແດງບັນດາຜົນງານໜັງສືພິມລະດູບານໃໝ່ ແລະ ບັນດາຜົນງານໜັງສືພິມດີເດັ່ນໃນປີ 2022 ແລະ ໄຕມາດທີ 1 ປີ 2023,
ໄຂວັນ​ບຸນ​ສື່ມວນ​ຊົນ​ທົ່ວ​ປະ​ເທດ 2023  - ວັນ​ບຸນ​ຂອງ​ຜູ້​ເຮັດ​ວຽກ​ງານ​ການ​ຂ່າວ​ໃນ​ທົ່ວ​ປະ​ເທດ - ảnh 1ເຂດວາງສະແດງຂອງ ສະຖານີວິທະຍຸກະຈາຍສຽງຫວຽດນາມ (ພາບ: VOV)

ຄວາມສາມັກຄີ - ເປັນມືອາຊີບ - ວັດທະນະທຳ - ປະດິດຄິດສ້າງ ແມ່ນຫົວຂໍ້ຂອງວັນບຸນສື່ມວນຊົນທົ່ວປະເທດ 2023 ທີ່ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 17 ມີນາ, ຢູ່ຫໍພິພິທະພັນຮ່າໂນ້ຍ. ກ່າວຄຳຫັນໄຂເຫດການ, ທ່ານ ເລກວັກມິງ, ຫົວໜ້າບັນນາທິການໃຫຍ່ ໜັງສືພິມ ເຍິນເຢິນ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ປະທານສະມາຄົມນັກຂ່າວ ຫວຽດນາມ ເນັ້ນໜັກວ່າ:

ວັນບຸນໜັງສືພິມທົ່ວປະເທດ 2023 ເຊີດຊູບັນດາຜົນສຳເລັດອັນໃຫຍ່ຫຼວງ ແລະ ການພັດທະນາຢ່າງແຮງຂອງສື່ມວນຊົນປະຕິວັດ ຫວຽດນາມ, ໂຄສະນາບັນດາຜົນງານສື່ມວນຊົນທີ່ຕິດພັນກັບການເຄື່ອນໄຫວອອກແຮງງານ, ປະດິດຄິດສ້າງ ຂອງນັກຂ່າວໃນທົ່ວປະເທດ, ເພີ່ມທະວີການພົວພັນແລກປ່ຽນ, ພົບປະລະຫວ່າງຜູ້ເຮັດວຽກງານການຂ່າວ ກັບມະຫາຊົນ, ສົ່ງເສີມວົງການນັກຂ່າວປະຕິບັດບົດບາດ, ໜ້າທີ່ຄວາມຮັບຜິດຊອບໃຫ້ເປັນຢ່າງດີ, ຕອບສະໜອງຄວາມຕ້ອງການດ້ານຂໍ້ມູນທີ່ນັບມື້ນັບສູງຂອງປະຊາຊົນ, ປະກອບສ່ວນຍົກສູງຖານະບົດບາດ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງສະມາຄົມນັກຂ່າວ ຫວຽດນາມ ໃນການວຽກງານໜັງສືພິມເວົ້າລວມ ແລະ ສັງຄົມເວົ້າສະເພາະ. ນີ້ກໍ່ແມ່ນໂອກາດເພື່ອເຊີດຊູ, ລະດົມກຳລັງໃຈບັນດາການອຸທິດສ່ວນອັນໃຫຍ່ຫຼວງຂອງບັນດາຫົວໜ່ວຍ, ສ່ວນບຸກຄົນ, ອົງການຈັດຕັ້ງ, ວິສາຫະກິດທີ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສື່ມວນຊົນປະຕິວັດ ຫວຽດນາມ.

ວັນບຸນໜັງສືພິມທົ່ວປະເທດ 2023 ໂດຍມີການເຂົ້າຮ່ວມຂອງຮ້ານວາງສະແດງ 87 ຮ້ານ ເຊິ່ງວາງສະແດງບັນດາຜົນງານໜັງສືພິມລະດູບານໃໝ່ ແລະ ບັນດາຜົນງານໜັງສືພິມດີເດັ່ນໃນປີ 2022 ແລະ ໄຕມາດທີ 1 ປີ 2023, ດ້ວຍການເຂົ້າຮ່ວມຂອງ ສະມາຄົມນັກຂ່າວ 63 ແຂວງ, ນະຄອນ, ອົງການສື່ມວນຊົນສູນກາງ ແລະ ທ້ອງຖິ່ນ 60 ແຫ່ງ, ພ້ອມກັບບັນດາຮ້ານວາງສະແດງຫົວເລື່ອງສະເພາະທີ່ດີເດັ່ນຂອງບັນດາໜ່ວຍສະມາຄົມນັກຂ່າວໃນນັ້ນມີສະຖານີວິທະຍຸກະຈາຍສຽງ ຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ