ໄຂວັນ​​ວັດ​ທະ​ນະທຳ ຕວຽນ​ກ​ວາງ ຢ​ູ່​ຮ່າ​ໂນ້ຍ

(VOVWORLD) - ຕອນຄ່ຳວັນທີ 31 ສິງຫາ, ໄດ້ດຳເນີນພິທີໄຂວັນວັດທະນະທຳ ຕວຽນກວາງ ຢູ່ ຮ່າໂນ້ຍ, ເພື່ອແນໃສ່ແນະນຳເຖິງປະຊາຊົນນະຄອນຫຼວງ, ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບພາບພົດ, ດິນແດນ, ປະຊາຊົນ ແລະ ບັນດາຄຸນຄ່າວັດທະນະທຳມູນເຊື້ອທີ່ເປັນເອກະລັກສະເພາະຂອງບັນດາເຜົ່າແຂວງ ຕວຽນກວາງ.
ໄຂວັນ​​ວັດ​ທະ​ນະທຳ ຕວຽນ​ກ​ວາງ ຢ​ູ່​ຮ່າ​ໂນ້ຍ - ảnh 1

ລາຍການສະແດງສິລະປະຢູ່ພິທີໄຂ ວັນວັດທະນະທຳ ຕວຽນກວາງ ຢູ່ຮ່າໂນ້ຍ (ພາບ: hanoimoi.com.vn)

ວັນວັດທະນະທຳຕວຽນກວາງຢູ່ຮ່າໂນ້ຍລວມມີບັນດາການເຄື່ອນໄຫວທີ່ມີຄວາມດຶງດູດໃຈຄື: ງານວາງສະແດງພາບຖ່າຍ “ຕວຽນກວາງ - ນະຄອນຫຼວງເຂດປົດປ່ອຍ, ນະຄອນຫຼວງແຫ່ງການຕໍ່ຕ້ານ”, ລາຍການສະແດງວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າແຂວງຕວຽນກວາງ… ພິເສດໃນໂອກາດນີ້, ປະຊາຊົນ ແລະ ແຂກທ່ອງທ່ຽວຈະໄດ້ຊົມ ໂຄມໄຟວັນເພັງ 2 ແບບນັ້ນແມ່ນ “ເລື່ອງລາວເລົ່າຂານກັນມາກ່ຽວກັບພະອໍລະຫັນແທ໋ງຢ໋ອງ” ແລະ “ມັງກອນຄຳ” ທີ່ເປັນເອກະລັກສະເພາະທີ່ສຸດຊຶ່ງໄດ້ຕິດພັນກັບລາຍການສະແດງມໍລະດົກວັດທະນະທຳຂອງບັນດາເຜົ່າແຂວງຕວຽນກວາງ.

        ທ່ານ ຫງວຽນເທ໊ຢາງ ຮອງປະທານຄະນະກຳມະການປະຊາຊົນແຂວງຕວຽນກວາງໃຫ້ຮູ້ວ່າ: ນີ້ແມ່ນໂອກາດເພື່ອໃຫ້ ຕວຽນກວາງ ໂຄສະນາກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ດຶງດູດການລົງທຶນພັດທະນາການທ່ອງທ່ຽວກໍ່ຄືເຊື້ອເຊີນແຂກທ່ອງທ່ຽວມາຮ່ວມງານບຸນ ແທັ່ງຕວຽນ ແລະ ງານມະໂຫລານສະແດງມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸລະດັບຊາດປີ 2019, ພ້ອມທັງ, ເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ລະຫວ່າງ ແຂວງຕວຽນກວາງ ແລະ ນະຄອນຮ່າໂນ້ຍ. ທ່ານ ຫງວຽນເທ໊ຢາງກ່າວວ່າ:

        ໃນໂອກາດນີ້ ຜູ້ແທນ, ປະຊາຊົນ ແລະ ແຂກທ່ອງທ່ຽວຈະໄດ້ຊົມການແຫ່ໂຄມໄຟວັນເພັງຢູ່ຖະໜົນຍ່າງໃນວັນທີ 31 ສິງຫາ, ເຊິ່ງເປັນຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກສະເພາະໂດຍປະຊາຊົນ ຕວຽນກວາງເປັນຜູ້ ລິເລີ່ມ, ເສີມຂະຫຍາຍ ແລະ ຮັກສາ ແຕ່ຫຼາຍປີມານີ້ ເຊິ່ງສະແດງໃຫ້ເຫັນນ້ຳໃຈ, ຄວາມເອົາໃຈໃສ່ຢ່າງເລິກເຊິ່ງ ຂອງຄະນະພັກ ແລະ ທົ່ວສັງຄົມສຳລັບພວກນ້ອງນ້ອຍເຍົາວະຊົນ, ອະນຸຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ