ໄຂວາລະປຶກສາຫາລືຮ່ວມຂັ້ນສູງສະມັດຊາໃຫຍ່ສປຊຊຸດທີ69

ໄຂວາລະປຶກສາຫາລືຮ່ວມຂັ້ນສູງສະມັດຊາໃຫຍ່ສປຊຊຸດທີ69 - ảnh 1
ວາ​ລະ​ປຶກ​ສາ​ຫາ​ລື​ຮ່ວມ​ຂັ້ນ​ສູງ​ສະ​ມັດ​ຊາ​ໃຫຍ່ ​ສ​ປ​ຊ ​ຊຸດ​ທີ 69
(ພາບ: Lê Dương - TTXVN)

(vovworld) – ​​ ພິ​ທີ​ໄຂ​ວາ​ລະ​ປຶກ​ສາ​ຫາ​ລື​ຮ່ວມ​ຂັ້ນ​ສູງ​ສະ​ມັດ​ຊາ​ໃຫ​ຍ່ ສະ​ຫະ​ປະ​ຊາ​ຊາດຊຸດ​ທີ 69 ໄຂ​ຂຶ້ນ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 24/9 ຕາມ​ເວ​ລາ​ທ້ອງ​ຖີ່ນ, ທີ່​ສຳ​ນັກ​ງານ​ຂອງ ສ​ປ​ຊ ຢູ່​ນິວຢອກ, ປ​ະ​ເທດ ອາ​ເມ​ລິ​ກາ. ເຂົ້າ​ຮ່ວມ​ພິ​ທີ​ໄຂ​ມີ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki – moon, ປະ​ທານ ສ​ປ​ຊ ຊຸດ​ທີ 69 ທ່ານ Sam Kahamba Kutesa, ພ​້ອມ​ກັບປະ​ມຸກ​ລັດ, ນາ​ຍົກ​ລັດຖະ​ມົນ​ຕີ 120 ທ່ານ ແລະ ລັດ​ຖະ​ມົນ​ຕີ​ຫຼາຍ​ທ່າ​ນ​ເຊິ່ງ​ແມ່ນ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ທີ່​ມາ​ຈາກ 193 ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ, ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki – moon ທົບ​ທວນ​ຄືນ 1 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມັດ​ຊາ​ໃຫ​ຍ່ ສ​ປ​ຊ ຊຸດ​ທີ 68 ນັບ​ແຕ່​ເດືອນ 9/2013 ດ້ວຍ​ຂໍ້​ສັງ​ເກດ​ວ່າ:

        “ປີ​ຜ່ານ​ມາ, ແມ່ນ​ປີ​ຊົ່ວ​ຮ້າຍ​ສຳ​ລັບ​ບັນ​ດາຫຼັກ​ການ​ຂອງ​ກົດ​ບັດ ສ​ປ​ຊ. ສິດ​ທິ​ມະ​ນຸດ ແລະ ກົດ​ໝາຍ​ພວມ​ຖືກ​ບຸກ​ໂຈມ​ຕີ, ນັບ​ແຕ່ບັນ​ດາ​ເຫດ​ວາງ​ລະ​ເບີດ​ຕະຫຼອດ​ຮອດ​ການ​ເຂັ່ນ​ຂ້າ​ຕົວ​ປະ​ກັນ, ​ເລື່ອງ​ຕັ້ງ​ໃຈກໍ່​​ໄພ​ອຶດ​ຫິວ​ໃຫ້​ແກ່​ປະ​ຊາ​ຊົນ​​ການ​ບຸກ​ໂຈມ​ຕີ​​ບັນ​ດາ​ໂຮງ​ໝໍ,  ຮາກ​ຖານ ແລະ ຂະບວນ​ລົດ​​ກູ້​ຊ່ວຍມະ​ນຸດ​ສະ​ທຳ​ຂອງ ສ​ປ​ຊ.”

        ໃນ​ສັບ​ປະ​ດາ​ດຳ​ເນີນ​ວາ​ລະ​ປຶກ​ສາ​ຫາ​ລື, ຫົວ​ໜ້າ​ຂອງ​ທຸກໆ​ຄະ​ນະ​ເຂົ້າ​ຮ່ວມ​ວາ​ລະ​ປຶກ​ສາ​ຫາ​ລື​ຈະ​ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ​ເຕື້ອງ​ເຖິງ​ບັນ​ດາ​ບັນ​ຫາ​ທີ່​ຕົນ​ສົນ​ໃຈ, ກໍ່​ຄື​ທັດ​ສະ​ນະ​ຂອງ​ຕົນ​ສຳ​ລັບ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ​ໃນ​ຊີ​ວິດ​ສາ​ກົນ.



ຂ່າວ/ບົດ​ອື່ນ