ໄຂວາລະປະຊຸມຄັ້ງທີ 36 ຄະນະປະຈຳສະພາ ແຫ່ງຊາດ

ໄຂວາລະປະຊຸມຄັ້ງທີ 36 ຄະນະປະຈຳສະພາ ແຫ່ງຊາດ - ảnh 1
ໄຂວາລະປະຊຸມຄັ້ງທີ 36 ຄະນະປະຈຳສະພາແຫ່ງຊາດ
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 9/3, ຢູ່​ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ໄຂ​ວາລະ​ປະຊຸມ​ຄັ້ງ​ທີ 36 ​ເຊິ່ງດຳ​ເນີນ​ແຕ່​ວັນ​ທີ 9 ຫາ​ວັນ​ທີ 17/3, ທີ່​ວາລະ​ປະຊຸມ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໃຫ້​ຄຳ​ເຫັນກ່ຽວ​ກັບ​ຮ່າງ​ບົດ​ລາຍ​ງານ​ອະພິປາຍ, ຮັບ​ເອົາ​ຄຳ​ເຫັນ, ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ (ສະບັບ​ປັບປຸງ); ກົດໝາຍ​ວ່າການ​ປະກາດ​ໃຊ້​ເອກະສານ​ກົດໝາຍ; ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະດີ​ບໍ​ລິຫານ (ສະບັບ​ປັບປຸງ),​ ກົດໝາຍ​ວ່າ​ດ້ວຍ​ການດຳ​ເນີນ​ຄະດີ​ແພ່ງ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ວຍ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ… ​ແລະ​ກໍ່​ໃນ​ວາລະ​ປະຊຸມ​ຄັ້ງ​ນີ້, ​ບັນດາ​ສະມາຊິກ​ໃນ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດກໍ່​ຈະ​ໃຫ້ຄຳ​ເຫັນ​ແກ່ບັນດາ​ເນື້ອ​ໃນ​ສຳ​ຄັນ​ອື່ນໆ​​ຄື: ​ເລື່ອງ​ກະກຽມຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 (IPU-132) ຊຶ່ງ​ຈະ​ດຳ​ເນີນຢູ່​ຮ່າ​ໂນ້ຍ​ໃນ​ທ້າຍ​ເດືອນ​ 3/2015; ການຈັດ​ແບ່ງ​ແຫຼ່ງທຶນ​ໃຫ້​ໂຄງການ​ກໍ່ສ້າງທາງ ຕິ້ງ​ລອງ-​ທ່າ​ກຳ​ປັ່ນ ຢຸງກ໋ວດ 2, ​ແຂວງ ກວາງ​ງ້າ​ຍ ​ແລະ ການ​ກະກຽ​ມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13.

      ທີ່ວາລະ​ປະຊຸມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຍັງຈະ​ດຳ​ເນີນ​ການ​ຊັກ​ຖາມທ່ານ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ເຈືອງ​ຮ່ວາ​ບີ່​ງ ກ່ຽວ​ກັບ​ສະພາບ​ການ​ຜິດພາດ​ໃນ​ການ​ເຄື່ອນ​ໄຫວ​​ດຳ​ເນີນ​ຄະດີ​ອາຍາ ​ແລະ ທົດ​ແທນ​ຄ່າ​ເສຍ​ຫາຍ​ໃຫ້​ຜູ້​ຖືກ​ລົງ​ໂທດ​ຢ່າງ​ຜິດ​ພາດ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ຮັບຜິດຊອບ​ຄ່າ​ທົດ​ແທນ​ຂອງລັດ; ຊັກ​ຖາມ​ທ່ານລັດຖະມົນຕີ​ວ່າການ, ຫົວໜ້າ​ຄະນະ​ກຳມະການ​ຊົນ​ເຜົ່າ ຢ່າງ​ແຊວ​ຝື ກ່ຽວ​ກັບ​ເລື່ອງ​ປະຕິບັດ​ໂຄ​ງການ 135 ກ່ຽວ​ກັບ​ສະພາບ​ຕົວ​ຈິງ ​ແລະ ມາດ​ຕະການຊັບຊ້ອນ, ​ຈັດ​ສັນ​ປະຊາຊົນ​ຢູ່​ເຂດ​ເຄີຍ​ເກີດ​​ໄພ​ທຳ​ມະ​ຊາດ. ວາລະ​ຊັກ​ຖາມ​ຈະ​ດຳເນີນ​ໃນ​ເວລາ 1 ວັນ ​ແລະ ​ໄດ້​ຖ່າຍ​ຖອດ​ສົດ; ພ້ອມ​ທັງ​ເຊື່ອມ​ຕໍ່​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັ​ດ ກັບ 63 ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຢູ່​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ