ໄຂວາລະປະຊຸມຄັ້ງທີ 6 ຂອງຄະນະປະຈຳສະພາແຫ່ງຊາດ

ໄຂວາລະປະຊຸມຄັ້ງທີ 6 ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
ທ່ານປະທານສະພາແຫ່ງຊາດ
ຫວຽນຊິງຮຸ່ງ ເຂົ້າຮ່ວມວາລະປະຊຸມຄັ້ງທີ 6

( vovworld ) - ວັນ​ທີ 19/3, ວາລະ​ປະຊຸມ​ຄັ້ງ​ທີ 6 ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​​ໄດ້​ໄຂ​ຂຶ້ນ ​ແລະ ​ແກ່​ຍາວ​ຮອດ​ວັນ​ທີ 28/3. ​ໃນ​ວາລະ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ສະ​ຫງວນ​ເວລາມື້ໜື່ງ​ເພື່ອ​ຮັບ​ຟັງ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ບາງ​ເນື້ອ​ໃນທີ່​ເປັນ​ພື້ນຖານ​​​ເຊິ່ງຄາດ​ວ່າ​ຈະ​ປັບປຸງ, ​ເພີ່ມ​ເຕີມລັດຖະທຳ​ມະນູນປີ 1992. ວາລະ​ປະຊຸມ​ຄັ້ງ​ນີ້​ກໍຈະ​ດຳ​ເນີນ​ການ​ຊັກ​ຖາມ​ລັດຖະມົນຕີ​ກະຊວງ​ສາ​ທາລະ​ນະ​ສຸກ ​ແລະ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ກ່ຽວ​ກັບ​ບັນດາ​ບັນຫາ​ຄື; ຮັບປະກັນ​ແຫຼ່ງກຳ​ລັງ​ຕອບ​ສະ​ໜອງ​ຄວາມ​ຕ້ອງການ​ປ້ອງ​ກັນ​ ​ແລະ ປິ່ນປົວ​ພະຍາດ​ໃຫ້​ແກ່​ປະຊາຊົນ, ດັດປັບຄ່າ​ປິ່ນປົວ​ພະຍາດ, ລະບອບ, ນະ​ໂຍບາຍ​ສຳລັບ​ພະນັກງານ​​ເຄິ່ງ​ອາຊີບ​ຂັ້ນ​ຕາ​ແສງ, ຂັ້ນບ້ານ, ວິທີ​ການຍົກ​ສູງ​ຄຸນ​ນະພາ​ບກົງ​ຈັກ​ອຳນາດ​ການ​ປົກຄອງ​ຂັ້ນ​ຮາກຖານ. ນອກຈາກ​ນັ້ນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກໍ​ພິຈາລະຈາ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​​ໃສ່ຮ່າງ​ກົດໝາຍ​ຈຳນວນ​ໜື່ງຄື, ກົດໝາຍ​ສະບັບ​ປັບປຸງ, ​ເພີ່ມ​ເຕີມບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ອາກອນ, ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານການ​ຟອກ​ເງິນ, ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ​ມະຫາວິທະຍາ​ໄລ…

ຂ່າວ/ບົດ​ອື່ນ