ໄຂ​ສັບ​ປະ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຮ່​ວາ​ບິ່ງ ຢູ່ ຮ່າ​ໂນ້ຍ

(VOVWORLD) -ສັບປະດາຜະລິດຕະພັນກະເສດຮ່ວາບິ່ງ ຢູ່ ຮ່າໂນ້ຍ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 7 ທັນວາ, ຢູ່ ລະບົບ ຊຸບເປີ້ມາກແກັດ Saigon Coop ຢູ່ນະຄອນຫຼວງ ຮ່າໂນ້ຍ. 
ໄຂ​ສັບ​ປະ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຮ່​ວາ​ບິ່ງ ຢູ່ ຮ່າ​ໂນ້ຍ - ảnh 1ພາບປະກອບ 

ສັບປະດາ ໄດ້ດຶງດູດ ສະຫະກອນຕາແສງ, ວິສາຫະກິດ 33 ແຫ່ງທີ່ພວມເຄື່ອນໄຫວໃນຂົງເຂດຜະລິດ, ປຸງແຕ່ງຜະລິດຕະພັນກະເສດດ້ວຍຮ້ານວາງສະແດງບັນດາຜະລິດຕະພັນກະເສດທີ່ເປັນເອກະລັກສະເພາະຂອງແຂວງຮ່ວາບິ່ງ ເກືອບ 50 ແຫ່ງ. ສັບປະດາຜະລິດຕະພັນກະເສດແມ່ນໂອກາດເພື່ອໂຄສະນາແນະນຳສິນຄ້າກະເສດຫຼັກແຫຼ່ງປະເພດຕ່າງຂອງແຂວງຮ່ວາບິ່ງ ໄປຍັງວິສາຫະກິດ, ຜູ້ບໍລິໂພກ ພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ, ສະຫະກອນພາຍໃນແຂວງຮ່ວມສຳພັນຮ່ວມມືກັນໃນການ ຈຳໜ່າຍຜະລິດຕະພັນທີ່ປອດສານພິດຢູ່ບັນດາລະບົດຊຸບເປີ້ມາກແກັດໃນທົ່ວປະເທດ. ທ່ານ ເຈິ່ນກວກວຽກ, ຜູ້ອຳນວຍການ Saigon Coop ຢູ່ພາກເໜືອ, ຮອງຫົວໜ້າຄະນະຈັດຕັ້ງສັບປະດາຜະລິດຕະພັນກະເສດ ຮ່ວາບິ່ງ ໃຫ້ຮູ້ວ່າ:

        ສຳລັບຜູ້ບໍລິໂພກ, ພວກຂ້າພະເຈົ້າຢາກ ຊາວຫວຽດນາມນຳໃຊ້ສິນຄ້າ ຫວຽດນາມ. ຜ່ານບັນດາການເຄື່ອນໄຫວໂຄສະນາ ຫວັງວ່າ ບັນດາວິສາຫະກິດຈະຕອບສະໜອງໄດ້ມາດຕະຖານ ຂອງຜະລິດຕະພັນ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວໂຄສະນາຜະລິດຕະພັນ ແລະ ດັດປັບ ຮູບພາບ, ຄຸນນະພາບ ແລະ ສ້າງເຄື່ອງໝາຍການຄ້າຜະລິດຕະພັນເພື່ອນຳຜະລິດຕະພັນກະເສດທີ່ປອດສານພິດມາໃຫ້ຜູ້ບໍລິໂພກຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ