ໄຂສັບປະດາວັດທະນະທຳ, ກິລາ ແລະ ທ່ອງທ່ຽວລະດູບານໃໝ່ປີຈໍ 2018

(VOVWORLD) - ສັບປະດາລວມມີການເຄື່ອນໄຫວຕ່າງໆ, ເຫດການໄດ້ດຳເນີນຢ່າງຕໍ່ເນື່ອງ ແລະ ພ້ອມກັນໃນຂອບເຂດທົ່ວປະເທດແຕ່ນີ້ຮອດໝົດບຸນປີໃໝ່ປະຈຳຊາດ
ໄຂສັບປະດາວັດທະນະທຳ, ກິລາ ແລະ ທ່ອງທ່ຽວລະດູບານໃໝ່ປີຈໍ 2018 - ảnh 1 ພິທີໄຂສັບປະດາວັດທະນະທຳ, ກິລາ ແລະ ທ່ອງທ່ຽວ

ຕອນເຊົ້າວັນທີ 8 ກຸມພາ, ຢູ່ນະຄອນ ເກີນເທີ, ໄດ້ໄຂສັບປະດາວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ງານວາງສະແດງແຜນທີ່, ເອກະສານວັດຖຸພັນຮ່ວາງຊາ - ເຈື່ອງຊາ ຂອງ ຫວຽດນາມ ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກຳ. ສັບປະດາລວມມີການເຄື່ອນໄຫວຕ່າງໆ, ເຫດການໄດ້ດຳເນີນຢ່າງຕໍ່ເນື່ອງ ແລະ ໃນພາບດຽວໃນຂອບເຂດທົ່ວປະເທດແຕ່ນີ້ຮອດໝົດບຸນປີໃໝ່ປະຈຳຊາດ.

        ກ່ອນພິທີໄຂ, ນະຄອນ ໄດ້ຈັດຕັ້ງບັນດາການເຄື່ອນໄຫວຄື: ງານມະໂຫລານຮ້ອງເພງພື້ນເມືອງ, ງານບຸນ “ສີສັນລະດູບານໃໝ່ຢູ່ເຂດສວນ”… ໄດ້ສ້າງບັນຍາກາດຟົດຟື້ນເພື່ອຕ້ອນຮັບບຸນເຕັດ. ພາຍຫຼັງພິທີໄຂ ສັບປະດາວັດທະນະທຳ - ກິລາ -  ທ່ອງທ່ຽວ, ແຂວງ ເກີນເທີ ຍັງໄດ້ຈັດຕັ້ງງານວາງສະແດງແຜນທີ່, ເອກະສານວັດຖຸພັນ ຮ່ວາງຊາ - ເຈື່ອງຊາ ຂອງ ຫວຽດນາມ, ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກຳ ພ້ອມກັບການແຂ່ງຂັນລົດຖີບນະຄອນ ເກີນເທີ ເປີດກ້ວາງຄັ້ງທີ 9.

ຕອບກັບ

ຂ່າວ/ບົດ​ອື່ນ