ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ການທ່ອງ​ທ່ຽວ​ແຂວງ​ດົ່ງ​ທາບ 2021

(VOVWORLD) -ສັບປະດາວັດທະນະທຳການທ່ອງທ່ຽວແຂວງດົ່ງທາບ ແມ່ນການເຄື່ອນໄຫວປະຈຳປີ ເພື່ອແນໃສ່ເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳ, ປະຫວັດສາດ, ຊັບພະຍາກອນທຳມະຊາດ ແລະ ໝູ່ບ້ານຫັດຖະກຳ ຂອງທ້ອງຖິ່ນ ເຊິ່ງຕິດພັນກັບການພັດທະນາການທ່ອງທ່ຽວ.
ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ການທ່ອງ​ທ່ຽວ​ແຂວງ​ດົ່ງ​ທາບ 2021 - ảnh 1ໄຂສັບປະດາວັດທະນະທຳ ການທ່ອງທ່ຽວແຂວງດົ່ງທາບ 2021

ຕອນຄ່ຳວັນທີ 22 ມັງກອນ, ຢູ່ນະຄອນ ຊາແດັກ, ແຂວງດົ່ງທາບ, ໄດ້ດຳເນີນພິທີໄຂສັບປະດາວັດທະນະທຳ ການທ່ອງທຽວແຂວງ ດົ່ງທາບປີ 2021 ດ້ວຍຫົວຂໍ້ວ່າ “ຊາແດັກ -ຄຸ້ມຖະໜົນ ແລະ ດອກໄມ້”. ເຫດການໄດ້ດຳເນີນແຕ່ວັນທີ 22 ຫາ 27 ມັງກອນ. ສັບປະດາວັດທະນະທຳການທ່ອງທ່ຽວແຂວງດົ່ງທາບ ແມ່ນການເຄື່ອນໄຫວປະຈຳປີ ເພື່ອແນໃສ່ເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳ, ປະຫວັດສາດ, ຊັບພະຍາກອນທຳມະຊາດ ແລະ ໝູ່ບ້ານຫັດຖະກຳ ຂອງທ້ອງຖິ່ນ ເຊິ່ງຕິດພັນກັບການພັດທະນາການທ່ອງທ່ຽວ. ທ່ານ ດ່ວານເຕິ໊ນບຶ໋ວ, ຮອງປະທານຄະນະກຳມະການປະຊາຊົນແຂວງດົ່ງທາບ ຢັ້ງຢືນວ່າ:

        ສັບປະດາວັດທະນະທຳການທ່ອງທ່ຽວດົ່ງທາບ ໄດ້ຈັດຂຶ້ນຢູ່ນະຄອນແຫ່ງດອກໄມ້, ນະຄອນຮ່ຳຮຽນດ້ວຍບັນດາການເຄື່ອນໄຫວທີ່ເປັນໜ້າປະທັບໃຈ ແລະ ມີການເຂົ້າຮ່ວມວາງສະແດງແນະນຳຄວາມເປັນເອກະລັກສະເພາະຂອງ  ແຂວງ, ນະຄອນ 12 ແຫ່ງໃນເຂດ ຈະສ້າງຄວາມປະທັບໃຈໃຫ້ແຂກທ່ອງທ່ຽວ ກ່ຽວກັບການດຳລົງຊີວິດດ້ານວັດທະນະທຳ, ສິລະປະ,   ອາຫານການກິນກໍ່ຄືຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງແຂວງດົ່ງທາບເວົ້າສະເພາະ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ