ໄຂສັບປະດາວັດທະນະທຳ, ທ່ອງທ່ຽວ ທະເລໝູ່ເກາະ ຫວຽດນາມ - ຮ່າໂນ້ຍ 2014

ໄຂສັບປະດາວັດທະນະທຳ, ທ່ອງທ່ຽວ ທະເລໝູ່ເກາະ ຫວຽດນາມ - ຮ່າໂນ້ຍ 2014 - ảnh 1
(ສັບປະດາວັດທະນະທຳ, ທ່ອງທ່ຽວທະເລ
ໝູ່ເກາະຫວຽດນາມ - ຮ່າໂນ້ຍ 2014)


(vovworld) – ຕອນ​ຄໍ່າ​ວັນ​ທີ 21/11, ຢູ່​ຮ່າ​ໂນ້ຍ, ​​ໄດ້​ໄຂ​ສັບ​ປະດາ​ວັດທະນະທຳ, ທ່ອງ​ທ່ຽວ​ທະ​ເລ ໝູ່​ເກາະ​ຫວຽດນາມ - ຮ່າ​ໂນ້ຍ 2014 ​ແລະ ລາຍ​ງານ​ສິລະ​ປະ “​ເຊີດ​ຊູ​ວັດທະນະທຳ, ທ່ອງ​ທ່ຽວ​ທະ​ເລ ໝູ່​ເກາະ​ຫວຽດນາມ”, ສັບ​ປະດາ​ວັດທະນະທຳ, ທ່ອງ​ທ່ຽວ​ທະ​ເລ ໝູ່​ເກາະ​ຫວຽດນາມ - ຮ່າ​ໂນ້ຍ ດຳ​ເນີນ​ໄປ​ແຕ່​ວັນ​ທີ 20 – 24/11, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ ​ເວື​ອງຢຸຍບຽນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “ສັບປະດາ​ທ່ອງ​ທ່ຽວ​ທະ​ເລ​ໝູ່​ເກາະ​ຫວຽດນາມ ​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ໂຄ​ສະນາ, ​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳ, ທ່ອງ​ທ່ຽວ​ພິ​ເສດ​ຂອງ​​ເຂດທະ​ເລ​ໝູ່​ເກາະ​ຫວຽດນາມ ​ເຖິງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ​ແລະ ​ເພື່ອນ​ມິດສາ​ກົນ. ຈາກ​ນັ້ນ, ຍົກ​ສູງ​ຄວາມ​ຮັບ​ຮູ້, ຄວາມ​ເອກ​ອ້າງ​ທະໜົງ​ໃຈ​ຂອງ​ຊາດ ​ແລະ ໜ້າ​ທີ່​ຮັບຜິດ​ຊອບຂອງ​ປະຊາ​ຄົມ ​ໃນ​ວຽກ​ງານ​ຄຸ້ມ​ຄອງ, ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ປະຫວັດສາດ, ຊັບ​ພະຍາກອນ, ສິ່ງ​ແວດ​ລ້ອມ, ວັດທະນະທຳ, ທ່ອງ​ທ່ຽວ​​ເຂດທະ​ເລ​ໝູ່​ເກາະ, ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​​ແບບ​ຍືນ​ຍົງ ກໍ່​ຄື​ພາລະ​ກິດ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ”.

        ​ເນື່ອງ​ໃນ​ໂອກາດ​ນີ້, ຢູ່ 13 ​ແຂວງ, ນະຄອນ​ທີ່ເຂົ້າ​ຮ່ວມ​ເຫດການ ຈະ​ແນະນຳ​ຄວາມ​ງາມ​ດ້ານ​ວັດທະນະທຳ, ປູຊະນີຍະສະຖານ, ງານ​ບຸນ… ​ເຖິງ​ມະຫາຊົນ. ທ່ານ ຟານ​ວັນ​ຕູ໋, ຜູ້ອຳນວຍການ​ສູນຂໍ້​ມູນ​ຂ່າວສານສົ່ງ​ເສີມການທ່ອງທ່ຽວ​ແຂວງ​ກວາງ​ນາມ ​ໃຫ້​ຮູ້​ວ່າ.

        “​ແຂວງ​ກວາງ​ນາມ ​ໄດ້​ໂຄສະນາ​ບັນດາ​ຈຸດ​ວັດທະນະທຳ​ສະ​ເພາະ​ກ່ຽວ​ກັບ​ວັດທະນະທຳ​​ເຂດທະ​ເລ​ໝູ່​ເກາະ ​ແລະ ທ່ອງ​ທ່ຽວ​​ເຂດທະ​ເລ​ໝູ່​ເກາະ​ຂອງ​ແຂວງ ລວມມີ​ບັນດາ​ມໍ​ລະດົກ​ໂລກ​ຄື:​ໂຮ້ຍອານ, ມີ້​ເຊີນ ​ແລະ ​ເຂດ​ນິ​ເວດ​ວິທະຍາຂອງ​ໂລກ ກູ​ລາວ​ຈ່າມ. ​ພ້ອມ​ທັງ​ໂຄສະນາ​ບັນດາ​ເຂດ​ຕາກ​ອາກາດ​ທະ​ເລ​ທີ່​ມີ​ຊື່​ສຽງ… ​ນອກຈາກ​ບັນດາ​ປັດ​ໃຈ​ດ້ານ​ເສດຖະກິດ​ສັງຄົມ, ​ເຫດການ​ນີ້​ຍັງ​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ, ປະກອບສ່ວນ​ຢັ້ງຢືນ​ອະ​ທີ​ປະ​ໄຕທະ​ເລ, ໝູ່​ເກາະ​ຫວຽດນາມ ອີກ​ດ້ວຍ”.

ຂ່າວ/ບົດ​ອື່ນ