ໄຂສັບປະດາວັດທະນະທຳ - ທ່ອງທ່ຽວ ເມືອງຫຼໍ່ ປີ 2017

(VOVWORLD) - ຕອນຄ່ຳວັນທີ 23 ກັນຍາ, ທີ່ເທດສະບານ ເຫງຍໂລ້ (ແຂວງ ອຽນບາຍ), ສັບປະດາວັດທະນະທຳ - ທ່ອງທ່ຽວ ເມືອງຫຼໍ່ ແລະ ງານບຸນຄົ້ນຫາທັດສະນີຍະພາບລະດັບຊາດນາຂັ້ນໄດ ມູກາງຈາຍ ຖືກໄຂຂຶ້ນຢ່າງເປັນທາງການ.
ໄຂສັບປະດາວັດທະນະທຳ - ທ່ອງທ່ຽວ ເມືອງຫຼໍ່ ປີ 2017 - ảnh 1ໄຂສັບປະດາວັດທະນະທຳ - ທ່ອງທ່ຽວ ເມືອງຫຼໍ່ ປີ 2017 ພາບ: TTXVN 

ທີ່ພິທີໄຂ, ບັນດາການເຄື່ອນໄຫວວັດທະນະທຳສິລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນເຂດບ້ານນາ, ສະແດງຄຸນຄ່າທີ່ເປັນມູນເຊື້ອຂອງເຂດດິນແດນ ເມືອງຫຼໍ່ - ເຫງ້ຍໂລ້ ແລະ ມູກາງຈາຍຄື: ສະແດງສິລະປະ, ວາດພາບເຖິງບັນດາຮີດຄອງປະເພນີ, ຊຸດອາພອນປະຈຳເຜົ່າຕ່າງໆ ທີ່ດຳລົງຊີວິດໃນບໍລິເວນ; ສະແດງເປົ່າແຄນຂອງຊ່າວເຜົ່າຜູ້ໄທ, ສະແດງຂັບ ຮ້ານຄ໋ວງ ຂອງຊ່າວເຜົ່າຜູ້ໄທ…ເນື່ອງໃນໂອກາດນີ້, ຕາງໜ້າກົມບໍລິດົກ - ສັງກັດກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ປະກາດ ແລະ ມອບໃບຢັ້ງຢືນ “ສິລະປະຂັບ ຮ້ານຄ໋ວງ ຂອງຊາວເຜົ່າຜູ້ໄທ ເທດສະບານ ເຫງ້ຍໂລ້, ແຂວງ ອຽນບ໋າຍ ” ໄດ້ຖືກນຳເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ