ໄຂສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ

(VOVWORLD) -ຜ່ານເຫດການວັດທະນະທຳຄັ້ງນີ້, ປະຊາຊົນ ຫວຽດນາມ - ລາວ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດ ພ້ອມກັບເພື່ອນມິດສາກົນມີໂອກາດເຂົ້າໃຈແຈ້ງກວ່າກ່ຽວກັບພື້ນຖານວັດທະນະທຳ ຫວຽດນາມ ແລະ ວັດທະນະທຳ ລາວ
ໄຂສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ - ảnh 1ລາຍການສະແດງສິລະປະຟ້ອນ
(ພາບ: VGP)

ຕອນຄ່ຳວັນທີ 18 ກໍລະກົດ, ພິທີໄຂ “ສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ” ແລະ ລາຍການສະແດງສິລະປະຂອງຄະນະສິລະປະແຫ່ງຊາດ ລາວ ໄດ້ດຳເນີນຢູ່ ໂຮງລະຄອນໃຫຍ່ ຮ່າໂນ້ຍ. ຜ່ານເຫດການວັດທະນະທຳຄັ້ງນີ້, ປະຊາຊົນ ຫວຽດນາມ - ລາວ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດ ພ້ອມກັບເພື່ອນມິດສາກົນມີໂອກາດເຂົ້າໃຈແຈ້ງກວ່າກ່ຽວກັບພື້ນຖານວັດທະນະທຳ ຫວຽດນາມ ແລະ ວັດທະນະທຳ ລາວ ຜ່ານບັນດາລາຍການສະແດງສິລະປະຟ້ອນຂັບຮ້ອງທີ່ເປັນເອກະລັກສະເພາະຂອງ 2 ຊາດ; ຜ່ານບັນດາງານວາງສະແດງແນະນຳຄວາມງາມຂອງປະເທດຊາດ, ປະຊາຊົນ, ວັດທະນະທຳຂອງ 2 ປະເທດ.

        “ສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ” ລວມມີ 2 ລາຍການຕົ້ນຕໍ, ຄືການສະແດງສິລະປະໂດຍບັນດານັກສິລະປິນໜຸ່ມດີເດັ່ນ ແລະ ມີຊື່ສຽງຂອງ ລາວ ສະແດງ ແລະ ງານວາງສະແດງ “ນ້ຳໃຈມິດຕະພາບ ລາວ - ຫວຽດນາມ ຍືນຍົງຕະຫຼອດໄປ”.

ຕອບກັບ

ຂ່າວ/ບົດ​ອື່ນ