ໄຂສັບປະດາວັດທະນະທຳກຳປູເຈຍ ຢູ່ ຫວຽດນາມ

(VOVWORLD) - ໃນຕອນຄ່ຳວັນທີ 8 ພະຈິກ ທີ່ໂຮງລະຄອນໃຫຍ່ ຢູ່ ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບ ກະຊວງວັດທະນະທຳ ແລະ ສິລະປະ ກຳປູເຈຍ ໄດ້ຈັດຕັ້ງພິທີໄຂ “ສັບປະດາວັທະນະທຳ ກຳປູເຈຍ ຢູ່ ຫວຽດນາມ” ປີ 2017

ໄຂສັບປະດາວັດທະນະທຳກຳປູເຈຍ ຢູ່ ຫວຽດນາມ - ảnh 1ໄຂສັບປະດາວັດທະນະທຳກຳປູເຈຍ ຢູ່ ຫວຽດນາມ

(ພາບ: cinet.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດ ຄົບຮອບ 50 ປີ. ກ່າວຄຳເຫັນທີ່ພິທີ, ທ່ານ ເວືອງດູຍບຽນ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຢືນຢັນວ່າ: ຫວຽດນາມ ແລະ ກຳປູເຈຍ ໄດ້ຜ່ານເຄິ່ງກວ່າສະຕະວັດ ນັບແຕ່ສ້າງຕັ້ງສາຍພົວພັນທາງການທູດ. ສາຍພົວພັນຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງປະເທດພວມນັບມື້ນັບພັດທະນາຢ່າງຈົບງາມ, ກ້າວເຂົ້າລວງເລິກ ແລະ ແທດຈິງ, ບັນລຸໄດ້ຜົນສຳຄັນຫຼາຍຢ່າງໃນບັນດາຂົງເຂດການເມືອງ - ເສດຖະກິດ - ວັດທະນະທຳ - ການສຶກສາ… ນຳເອົາບັນດາຜົນປະໂຫຍດອັນແທດຈິງມາໃຫ້ປະຊາຊົນສອງປະເທດ.

        ສັບປະດາວັທະນະທຳ ກຳປູເຈຍ ຢູ່ ຫວຽດນາມ ໄດ້ດຳເນີນຢູ່ ຮ່າໂນ້ຍ ແລະ ນະຄອນ ຮ້າລອງ ດ້ວຍຄວາມໝາຍແນະນຳເຖິງມວນຊົນ ຫວຽດນາມ ແລະ ເພື່ອນມິດສາກົນພື້ນຖານວັດທະນະທຳອຸດົມສົມບຸນ, ຫຼາຍຮູບຫຼາຍແບບຂອງປະເທດແຫ່ງວັດວະອາຮາມ.

ຕອບກັບ

ຂ່າວ/ບົດ​ອື່ນ