ໄຂສັບປະດາຮ່ວມມືການສຶກສາ ລະຫວ່າງ ຈີນ - ອາຊຽນ

(VOVWORLD) - ບັນຫາການສຶກສາ ແລະ ໜຶ່ງໃນບັນດາເສົາຄໍ້າວັດທະນະທໍາ-ສັງຄົມຂອງ ອາຊຽນ ແລະ ການຮ່ວມມືດ້ານສຶກສາ ແມ່ນກວມລວມຫຼາຍຂົງເຂດ

ວັນທີ 22 ກໍລະກົດ, ສັບປະດາຮ່ວມມືການສຶກສາ ລະຫວ່າງ ຈີນ - ອາຊຽນ ຄັ້ງທີ 12 ໄດ້ໄຂຂຶ້ນຢູ່ນະຄອນກວ໊ຍຢ໊າງ, ແຂວງ ກວ໊ຍເຈົາ, ປະເທດຈີນ ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 2.400 ທ່ານ ເຊິ່ງເປັນຜູ້ຕາງໜ້າ, ນັກສຶກສາທີ່ມາຈາກຈີນ ແລະ ບັນດາປະເທດສະມາຊິກ ອາຊຽນ ກໍຄື 7 ປະເທດຄູ່ຮ່ວມມື ລວມມີ ລັດເຊຍ, ສະວິດ, ກາຊັກສະຖານ. ນະທີ່ນີ້, ຈີນ ແລະ ອາຊຽນ ພ້ອມກັນເພີ່ມທະວີ, ຮັດແໜ້ນການພົວພັນໃນການຮ່ວມມືການສຶກສາ ລະຫວ່າງສອງຝ່າຍ. ບັນດາຜູ້ແທນເຂົ້າຮ່ວມສັບປະດາ ຈະພ້ອມກັນເຂົ້າຮ່ວມ 10 ເວທີປາໄສພ້ອມໆກັນ ເຊິ່ງລວມມີ 22 ໂຄງການນ້ອຍ, ໃນນັ້ນ ຄາດຄະເນສຸມໃສ່່ບັນດາບັນຫາເພີ່ມທະວີການຮ່ວມມືດ້ານສຶກສາຂັ້ນມະຫາວິທະຍາໄລ, ສອນວິຊາຊີບ ແລະ ອະນຸບານ, ປ່ຽນແປງໃໝ່ ແລະ ກໍ່ສ້າງນັກທຸລະກິດຢູ່ມະຫາວິທະຍາໄລ, ການຮ່ວມມືລະຫວ່າງມະຫາວິທະຍາໄລ ກັບ ວິສາຫະກິດ ກໍຄືບັນດາການພົບປະແລກປ່ຽນໃນໄວໜຸ່ມ.

        ຕາມທ່ານ Kunming Manikul ກົງສູນໃຫຍ່ສະຖານກົງສູນໄທ ປະຈໍາ ຄຸນໝິງ, ປະເທດຈີນ ແລ້ວ, ບັນຫາການສຶກສາ ແລະ ໜຶ່ງໃນບັນດາເສົາຄໍ້າວັດທະນະທໍາ-ສັງຄົມຂອງ ອາຊຽນ ແລະ ການຮ່ວມມືດ້ານສຶກສາ ແມ່ນກວມລວມຫຼາຍຂົງເຂດ. ປະສົບການຂອງ ກວ໊ຍເຈົາ ໃນການໝູນໃຊ້ເຕັກໂນໂລຢີທັນສະໄໝເຂົ້າບັນດາຂົງເຂດແຕກຕ່າງກັນ ເພື່ອຊຸກຍູ້ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນ ແມ່ນຕົວຢາງທີ່ພົ້ນເດັ່ນໃຫ້ແກ່ບັນດາປະເທດ ແລະ ພາກພື້ນອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ