ໄຂ​ຫ້ອງວາງ​ສະ​ແດງ​ສ.ເກົາຫຼີ ຢູ່ ຮ່າ​ໂນ້ຍ

(VOVWORLD) -ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ, ສູນວັດທະນະທຳ ສ.ເກົາຫຼີ ຢູ່ ຫວຽດນາມ ໄດ້ຈັດງານວາງສະແດງ “ຫ້ອງວາງສະແດງສ.ເກົາຫຼີ: ມູນເຊື້ອ ແລະ ທັນສະໄໝ”. ຫ້ອງວາງສະແດງລວມມີ 3 ພາກຫຼັກ
ໄຂ​ຫ້ອງວາງ​ສະ​ແດງ​ສ.ເກົາຫຼີ ຢູ່ ຮ່າ​ໂນ້ຍ - ảnh 1ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງ (ພາບ: vanhoavaphattrien.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ (1992 - 2022), ວັນທີ 17 ທັນວາ, ຢູ່ຮ່າໂນ້ຍ, ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ, ສູນວັດທະນະທຳ ສ.ເກົາຫຼີ ຢູ່ ຫວຽດນາມ ໄດ້ຈັດງານວາງສະແດງ “ຫ້ອງວາງສະແດງສ.ເກົາຫຼີ: ມູນເຊື້ອ ແລະ ທັນສະໄໝ”. ຫ້ອງວາງສະແດງລວມມີ 3 ພາກຫຼັກ. ກ່ອນອື່ນໝົດ ແມ່ນພາກ ສ.ເກົາຫຼີ ມູນເຊື້ອ: ແນະນຳການດຳລົງຊີວິດ ຜ່ານບັນດາເຮືອນປະເພີນີ ດ້ວຍຫ້ອງຜູ້ຊາຍ, ຫ້ອງແມ່ຍິງ, ຫ້ອງຮັບແຂກ, ເຮືອນຄົວ. ຖັດຈາກນັ້ນແມ່ນພາກ ສ.ເກົາຫຼີ ເຊື່ອມຕໍ່ມູນເຊື້ອ ແລະ ທັນສະໄໝ: ໂດຍວາດພາບເຮືອນທັນສະໄໝ ຜ່ານບັນດາຫ້ອງຮັບແຂກ, ເຮືອນຄົວ, ຫ້ອງຂອງເດັກນ້ອຍ… ພາກທີ 3 ແມ່ນຄວາມຂະຫຍັນຂັນເຄື່ອນຂອງ ສ.ເກົາຫຼີ ທັນສະໄໝດ້ວຍບັນດາພາບຖ່າຍທີ່ຂະຫຍັນຂັນເຄື່ອນຂອງສ.ເກົາຫຼີ, ວັດທະນະທຳຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ