ໄຂເວທີປາໄສ ອາຊີ ບົວຢາວ 2014

ໄຂເວທີປາໄສ ອາຊີ ບົວຢາວ 2014  - ảnh 1
(ພາບປະກອບ)

(vovworld) - ວັນທີ 08/04, ຢູ່ ໄຫໜານ, ປະ​ເທດ ຈີນ ​ເລີ່​ມດຳ​ເນີນ​ບັນດາ​ການ​ເຄື​່ອນ​ໄຫວ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ ອາຊີ ບົວ​ຢາ​ວ (Boao Forum for Asia) ປີ 2014. ມີ​ກອງ​ປະຊຸມ ​ແລະ ​ການ​ເຈ​ລະ​ຈານັບ​ສີ​ບໆ​ຄັ້ງ​ຖືກ​ຈັດ​ຂຶ້ນກ່ອນທີ່​ຈະ​​ໄຂ​ກອງ​ປະຊຸມ​​ໃນ​ວັນ​ທີ 10/04 ຢ່າງ​ເປັນ​ທາງການ​ຄື:  ການ​ເຈລະຈາ​ແງ່​ຫວັງ​ເສດຖະກິດ​ອາຊີ 2014, ​ເວທີ​ປາ​ໄສ​ໂຕະມົນ​ຊາວ​ໜຸ່ມ​ອາຊີ, ກອງ​ປະຊຸມ​ໂຕະມົນ​ການ​ນຳ​ບັນດາ​ກຸ່ມ​ບໍລິສັດ ​ແລະ ບໍລິສັດ​ລະຫວ່າງ​ຊາດ... ​ເວທີ​ປາ​ໄສ​ປີ​ນີ້ມີ​ຫົວ​ຂໍ້​ວ່າ “​ອະ​ນາ​ຄົດ​ຂອງ​ອາຊີ: ຊອກ​ຫາ ​ແລະ ປົດ​ປ່ອຍ​ກຳລັງ​ພັດທະນາ​ໃໝ່” ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາຍົກລັດຖະມົນຕີຈີນ ຫຼີ​ເຄືອ​ຊຽງ ພ້ອມ​ກັບ​ການ​ນຳ​ລັດຖະບານ​ຂອງ 10 ປະ​ເທດ. ທ່ານ​ຮອງນາຍົກລັດຖະມົນຕີ​ຫວຽດນາມ ​ຫວູດຶກ​ດາມ ໄດ້​ເຂົ້າ​ຮ່ວມ​​ເຫດການ​ນີ້. ນອກຈາກ​ນັ້ນ ຍັງ​ມີ​ຜູ້​ແທນ​ເຊິ່ງ​ເປັນ​ນັກ​ການ​ເມືອງ, ການ​ນຳ​ບັນດາ​ວິ​ສາ​ຫະກິດ ​ແລະ ນັກຮຽນ​ຮູ້​ທີ່​ມີ​ຊື່​ສຽງ​ໃນ​ທົ່ວ​ໂລກ​ປະທານ 3.000 ຄົນ​ເຂົ້າ​ຮ່ວມ​ເວທີ​ປ​າ​​ໄສ. ​ໃນ​ໄລຍະດຳ​ເນີນ​ເປັນ​ເວລາ 4 ວັນ, ຈະ​ມີ​ການ​ເຄື່ອນ​ໄຫວ​ຖືກຈັດ​ຕັ້ງທັງ​ໝົດ 58 ຄັ້ງ. ບັນດາ​ຜູ້​ແທນ​ຈະ​ສຸມ​ໃສ່​ປຶກສາ​ຫາລື 3 ​ເນື້ອ​ໃນ​ຕົ້ນ​ຕໍ່​ນັ້ນ​ແມ່ນ: ການ​ປະຕິ​ຮູບ, ການປະດິດຄິດ​ສ້າງ ​ແລະ ພັດທະນາ​​ແບບ​ຍື່ນ​ຍົງ.

        ວຽກງານ​ຮັບປະກັນ​ຄວາມສະຫງົບປອດ​ໄພ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຂອງ​ປະ​ເທດ​ເຈົ້າພາບ​ຈີນ, ​ເພື່ອ​ຮັບປະກັນຜົນສຳ​ເລັດ​ໃຫ​້​ແກ່​ເຫດການ​ຕ່າງປະ​ເທດ​ໃຫຍ່​ກວ່າ​ໝູ່​ຂອງ​​ແຂວງ​ໄຫໜາມ ​ເວົ້າ​ສະ​ເພາະ ​ແລະ ຂອງ​ຈີ​ນ ​ເວົ້າ​ລວມ​ໃນ​ປີ 2014.

ຂ່າວ/ບົດ​ອື່ນ