ໄຂ​ເວ​ທີ​ປາ​ໄສ ອາ​ຊີ - ປາ​ຊີ​ຟິກ ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ (APFSD) ຄັ້ງ​ທີ 11

(VOVWORLD) - APFSD 11 ມີຫົວຂໍ້ “ປັບປຸງໂຄງການດຳເນີນງານ ປີ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະ ຫຼຸດຜ່ອນຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກໃນໄລຍະເກີດຫຼາຍມີວິກິດການ: ສະໜອງບັນດາມາດຕະການຍືນຍົງ, ມີໄຫວພິບ ແລະ ປ່ຽນແປງໃໝ່ຢູ່ ອາຊີ ແລະ ປາຊີຟິກ ຢ່າງມີປະສິດທິຜົນ”.
ໄຂ​ເວ​ທີ​ປາ​ໄສ ອາ​ຊີ - ປາ​ຊີ​ຟິກ ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ (APFSD) ຄັ້ງ​ທີ 11 - ảnh 1(ພາບປະກອບ:moit.gov.vn) 

ເວທີປາໄສ ອາຊີ - ປາຊີຟິກ ກ່ຽວກັບການພັດທະນາແບບຍືນຍົງ ຄັ້ງທີ 11 (APFSD 11) ໄດ້ໄຂຂຶ້ນໃນວັນທີ 20 ກຸມພາ ຢູ່ຫໍປະຊຸມ ສປຊ ເຊິ່ງຕັ້ງຢູ່ນະຄອນຫຼວງ ບາງກອກ ປະເທດ ໄທ. ເວທີປາໄສດັ່ງກ່າວ ໂດຍຄະນະກຳມະການເສດຖະກິດ ແລະ ສັງຄົມຂອງ ສປຊ ປະຈຳ ອາຊີ ແລະ ປາຊີຟິກ (ESCAP) ຈັດຂຶ້ນແຕ່ວັນທີ 20 – 23 ກຸມພາ. APFSD 11 ມີຫົວຂໍ້ “ປັບປຸງໂຄງການດຳເນີນງານ ປີ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະ ຫຼຸດຜ່ອນຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກໃນໄລຍະເກີດຫຼາຍມີວິກິດການ: ສະໜອງບັນດາມາດຕະການຍືນຍົງ, ມີໄຫວພິບ ແລະ ປ່ຽນແປງໃໝ່ຢູ່ ອາຊີ ແລະ ປາຊີຟິກ ຢ່າງມີປະສິດທິຜົນ”.

        ໃນບົດກ່າວຄຳເຫັນຜ່ານຄຼິບວິດີໂອ, ທ່ານນາງ Paula Narvaez, ປະທານສະພາເສດຖະກິດ ແລະ ສັງຄົມ ສປຊ (ECOSOC) ກ່າວເຕືອນຕໍ່ລະດັບຄວາມຄືບໜ້າຂອງການປະຕິບັດໃນປັດຈຸບັນ, ພາກພື້ນ ອາຊີ - ປາຊີຟິກ ຈະພາດ 90% ໃນຈຳນວນ 118 ເປົ້າໝາຍພັດທະນາແບບຍືນຍົງ (SDG) ທີ່ສາມາດຕີລາຄາໄດ້ໃນປີ 2030. ໃນຂອບເຂດຂອງເວທີປາໄສ, ບັນດາຜູ້ແທນເຂົ້າຮ່ວມໄດ້ດຳເນີນການຕີລາຄາຢ່າງລົງເລິກ ກ່ຽວກັບຄວາມຄືບໜ້າຂອງພາກພື້ນ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ເຊັ່ນ: ບໍ່ອຶດຫິວທຸກຍາກ, ບໍ່ມີໄພອຶດຫິວ, ກະທຳເພື່ອສິ່ງແວດລ້ອມ; ສັນຕິພາບ, ຍຸຕິທຳ, ລະບອບລະບຽບການເຂັ້ມແຂງ ແລະ ເປົ້າໝາຍຮ່ວມມືເພື່ອເປົ້າໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ