ໄຂເວທີປາໄສການທ່ອງທ່ຽວຫວຽດນາມແລະສ.ເກົາຫຼີ

ໄຂເວທີປາໄສການທ່ອງທ່ຽວຫວຽດນາມແລະສ.ເກົາຫຼີ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກິ​ລາ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ຮ່​ວາງ​ແອງ​ຕ໋ວນ ກ່າວ​ຄຳ​ເຫັນ​ໄຂ​ເວ​ທີ​ປາ​ໄສ
(ພາບ: Cường-Duy/Vietnam+)

(vovworld) – ເວ​ທີ​ປາ​ໄສ​ໄຂ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ແລະ ສ. ເກົາຫຼີ ໄຂ​ຂຶ້ນ​ໃນ​ວັນ​ທີ 17/9 ເພື່ອ​ແນ​ໃສ່​ແນະ​ນຳ​ບັນ​ດາ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ, ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ຂອງ ຫວຽດ​ນາມ ກັບປະ​ຊາ​ຊົນ ສ. ເກົາຫຼີ ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ 2 ປະ​ເທດ​ແລກ​ປ່ຽນ, ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານວັດ​ທະ​ນະ​ທຳ, ທ​່ອງ​ທ່ຽວ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ງານ​ບຸ​ນ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ ຫວ​ຽດ​ນາມ ປີ 2014 ໂດຍ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດ​ນາມ ຈັດ​ຕັ້ງ​ຢູ່​ນະ​ຄອນ​ໃຫຍ່​ຂອງ ສ. ເກົາຫຼີ ແມ່ນ Seoul ແລະ Gwangchu ແຕ່​ວັນ​ທີ 17 – 22/9. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກິ​ລາ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ຮ່​ວາງ​ແອງ​ຕ໋ວນ ແລະ ທ່ານ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈ​ຳ ສ. ເກົາ​ຫຼີ ຟ້າມ​ຮືວ​ຈີ໋ ເປັນ​ປະ​ທານ​ຮ່ວມ​ເວ​ທີ​ປາ​ໄສ. ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຮືວ​ຈີ໋ ຖື​ວ່າ: 2 ປະ​ເທດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່ຫຼວງ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ​ເວົ້າ​ລວມ ແລະ ການ​ທ່ອງ​ທ່ຽວ ກອບ ເວົ້າ​ສ​ະ​ເພາະ. ທ່ານ​ອັກ​ຄະ​ລັດ​ຖະ​ທູດ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຖ້າ​ຫາກ​ມີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ, ບັນ​ດາ​ບໍ​ລິ​ສັດ​ການ​ບິນ, ໂຮມ​ແຮມ, ເດີນກອບ, ວິ​ສາ​ຫະ​ກິດ ທ່ອງ​ທ່ຽວ 2 ປະ​ເທດ​ຈະ​ມີ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ ກອບ ລາ​ຄາ​ຖືກ, ມີ​ຄຸນ​ນະ​ພາບ ແລະ ດຶງ​ດູດ​ຜູ້ຫຼີ້ນກອບ ຂອງ ສ. ເກົາຫຼີ ໄປ​ຍັງ ຫວຽດ​ນາມ. ຄຽງ​ຄູ່​ກັນ​ນັ້ນ, ທ່ານ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຮືວ​ຈີ໋ ກໍ່​ສະ​ເໜີ​ໃຫ້​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ ສ. ເກົາຫຼີ ຈະ​ເຮັດ​ໃຫ້​ລະ​ບຽບ​ການ​ເຂົ້າ​ເມືອງ​ໃຫ້​ພົນ​ລະ​ເມືອງ ຫວຽດ​ນາມ  ເປັນ​ງ່າຍ​ດາຍ, ຈາກນັ້ນ​ສົ່​ງ​ເສີມ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ ຢ້ຽມ​ຢາມ ສ. ເກົາຫຼີ.

 


ຂ່າວ/ບົດ​ອື່ນ