ໄຂເວທີປາໄສຂັ້ນສູງ ເຕັກໂນໂລຊີຂໍ້ມູນ ຂ່າວສານຫວຽດນາມ -ASOCIO 2014


ໄຂເວທີປາໄສຂັ້ນສູງ ເຕັກໂນໂລຊີຂໍ້ມູນ ຂ່າວສານຫວຽດນາມ -ASOCIO 2014 - ảnh 1

(ພາບ: http://radiovietnam.vn )

(vovworld) –​ ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​ຂັ້ນສູງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຫວຽດນາມ​-ASOCIO 2014 ​ເມື່ອ​ຕອນ​ເຊົ້າວັນ​ທີ 29/10, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວູ້ດຶດດາມ ຊົມ​ເຊີຍ​ຄະນະ​ຈັດຕັ້ງທີ່​ໄດ້​ມີ​ຂໍ້​ລິ​ເລິ່ມຍົກບັນ​ຫາ​ກະສິກຳ ​ແລະ ການ​ພັດທະ​ນາ​ຊົນນະບົດ​ມາປຶກສາ​ຫລື​ທີ່​ເວທີ​ປາ​ໄສ​ຄັ້ງນີ້. ທ່ານ​ຫວັງ​ວ່າ, ບັນດາ​ຜົນງານ​ດ້ານ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​​ໃນ​ຂະ​ແໜງກະສິກຳ​ແບ່ງປັນ​ທີ່​ເວທີ​ປາ​ໄສ​ຈະ​ແມ່ນ​ບົດຮຽນ​ທີ່​ມີຄ່າ​ເພື່ອ​ໃຫ້​ຫວຽດນາມ  ໝູນ​ໃຊ້​ເພື່ອ​ພັດທະນາ​ພື້ນຖານ​ກະສິກຳ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວູ້ດຶດດາມ ຢືນຢັນ​ວ່າ:

   “ນັບແຕ່ຊາວກະສິກອນຕະຫຼອດຮອດຜູ້ເຮັດວຽກງງານວິທະຍາສາດ, ນັບແຕ່ບັນດາປະເທດມີການພັດທະນາດ້ານວິທະຍາສາດເຕັກໂນໂລຊີແລ້ວ ຕະຫຼອດຮອດປະເທດທຸກຍາກ ດ້ວຍເຕັກໂນໂລຊີຂໍ້ມູນຂ່າວສານກໍ່ລ້ວນແຕ່ສາມາດຍົກສູງລະດັບການແກ່ງແຍ້. ​ເຕັກໂນໂລຊີເວົ້າລວມແລະ ພິເສດ, ເຕັກໂນໂລຊີຂໍ້ມູນຂ່າວສານ ຈະເປີດການຮ່ວມສຳພັນ, ສ້າງໂອກາດໃຫ້ແກ່ທຸກຄົນ, ​ໃນນັ້ນມີຊາວກະສິກອນ ສາມາດບື່ນຕົວຂຶ້ນ, ສາມາດແບ່ງປັນບັນດາຜົນງານແຫ່ງການພັດທະນາ“./.

ຂ່າວ/ບົດ​ອື່ນ