ໄຂເວທີປາໄສທະເລ ອາຊຽນຄັ້ງທີ 5


ໄຂເວທີປາໄສທະເລ ອາຊຽນຄັ້ງທີ 5 - ảnh 1
(ພາບ:
.thanhnien.com.vn)

 (vovworld)-​ ​ວັນ​ທີ 27/8, ​ ເວ​ທີ​ປາ​ໄສທະ​ເລ ອາ​ຊຽ​ນ ຄັ້ງ​ທີ 5 ຖືກ​ໄຂ​ຂຶ້ນຢູ່​ນະ​ຄອນ ດ່າ​ນັງ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 10 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ. ເວ​ທີ​ປາ​ໄສ​ມ​່ງ​ໄປ​ເຖິງ 2 ຈຸດ​ໝາຍ​ຕົ້ນ​ຕໍ: ເພີ່ມທະ​​ວີການ​ຮ່ວມ​ມື​ີ​ທະ​ເລ​ ຜ່ານ​ການ​ເຈ​ລະ​ຈາ ແລະ ທາບ​ທາມ​ຄຳ​ເຫັນ​ ຢ່າງ​ສ້າງ​ສັນ; ເພີ່ມ​ທະ​ວີ​ບົດ​ບາດ​ກໍ່​ຄືປະ​ກອບ​ສ່ວນ​ຂອງ​ເວ​ທີ​ປາ​ໄສ ​ສຳ​ລັບ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ປອດ​ໄພ, ຄວາມໝັ້ນ​ຄົງ​ ​ບົນທະ​ເລ ແລະ ​ຄວາມເສ​ລີ​​ໃນການ​ເດີນ​ທະ​ເລ ໃນ​ພາກ​ພື້ນ.

ກ່າວ​ຄຳ​ເຫັນ​ໄຂ​ເວ​ທີ​ປາ​ໄສ, ທ່າ​ນ​ຫງວຽນ​ຫວູ​ຕູ໋, ຫົວ​ໜ້າ​ກົມ, ຮອງ​ຫົວ​ໜ້າ SOM ອາ​ຊຽນ ຫວຽດ​ນາມ ຖື​ວ່າ: ການ​ຮ່ວມ​ມື​ທະ​ເລ​ພວມ​ກາຍ​ເປັນ​ບັນ​ຫາບຸ​ລິ​ມະ​ສິດ​ຕົ້ນ​ຕໍ ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ແລະ ລະ​ຫວ່າງ​ບັນ​ດາ​ປະ​ເທດ ອາ​ຊຽນ ກັບ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື, ພິ​ເສດ​​ໃນ​​​ສະ​ພາບ​ການ​​ຢູ່ບົ​ນ​ທະ​ເລ​ໄລ​ຍະ​​ມໍ່ໆ​ມານີ້ ມີ​ການ​ຜັນ​ແປ​ສັບ​ສົນ. ​ສະ​ນັ້ນ, ເວ​ທີ​ປາ​ໄສ​ທະ​ເລ ອາ​ຊຽນ ນັບ​ມື້​ນັບ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ເຈ​ລະ​ຈາ ແລະ ສ້າງ​ຄວາມໄວ້​ເນື້ອ​ເຊື່ອ​ໃຈໃນ​ຂົງ​ເຂດ​ການ​ຮ່ວມ​ມື​ທະ​ເລ.

ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ທະ​ເລ ອາ​ຊຽນ ຄັ້ງ​ທີ 5, ຕອນ​ເຊົ້າ ວັນ​ທີ 27/8, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວ​ມ​ມື​ທະ​ເລ ໃນ​ຂົງ​ເຂດ​ກູ້​ຊ່ວຍມະ​ນຸດ​ສະ​ທຳ ແລະ ​ບັນ​ເທົາໄພ​ທຳ​ມະ​ຊາດ; ບັນ​ດາ​ບັນ​ຫາ​ການ​ຄຸ້ມ​ຄອງ ແລະ ອະ​ນຸ​ລັກ​ຮັກ​ສາລະ​ບົບ​ຊີ​ວະ​ພາບ​ທະ​ເລ, ຊີ​ວະ​ນາໆ​ພັນ ແລະ ແຫຼ່ງ​ຜົນປະ​ໂຫຍດ​ສິນ​ໃນ​ນ້ຳ, ຊຸກ​ຍູ້​ການ​ຮ່ວມ​ມື​ອາ​ຊີບ​ຫາ​ປາ.

 

ຂ່າວ/ບົດ​ອື່ນ