ໄຂເວທີປາໄສອາຊີປົວຢາວ 2017

ໄຂເວທີປາໄສອາຊີປົວຢາວ 2017 - ảnh 1
(​ເວ​ທີ​ປາ​ໄສ​ອາ​ຊ​ີ​ປົວ​ຢາວ 2017)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 25/03, ກອງ​ປະ​ຊຸມ​ປະ​ຈຳ​ປີ​ເວ​ທີ​ປາ​ໄສ​ອາ​ຊີ ປົວ​ຢາວ 2017 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ຢູ່​ປົວ​ຢາວ, ​​ຂຶ້ນກັບ​ແຂວງ ໄຫ​ໜານ, ຢູ່​ທາງ​ພາກ​ກາງ​ປະ​ເທດ​ຈີນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຈາງ​ກາວ​ລີ້ ​ໄດ້ເຂົ້າ​ຮ່ວມ​ພິ​ທີ​ໄຂ ແລະ ມີ​ບົດ​ກ່າວ​ປາ​ໄສ​ມີ​ລັກ​ສະ​ນະ​ກຳ​ນົ​ດ​ທິດ. ນອກນັ້ນ​, ຍັງ​ມີ​ການ​ນຳ 5 ປະ​ເທດ ແລະ ເຈົ້າ​ໜ້າ​ທີ່​ຂັ້ນ​ລັດ​ຖະ​ມົນ​ຕີ ຮັບ​ຜິດ​ຊອບ​ບັນ​​ຫາ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ 80 ທ່ານ ແລະ ຜູ້​ຮັບ​ຜິດ​ຊອບ​ບັນ​ດາ​ອົງ​ການ​ຈັດ​ຕ​ັ້ງ​ສາ​ກົນ, ນັກ​ທຸ​ລະ​ກິດ​ຫຼາຍ​ຄົ​ນ, ​ນັກ​ຮຽນ​ຮູ້​ທີ່​ມາ​ຈາກ 50 ປະ​ເທດ ແລະ ເຂດ​ແຄ້ວນ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ. ​ດ້ວຍ​ຫົວ​ຂໍ້​ວ່າ “​ໂລ​ກາ​ພິ​ວັດ ແລະ ການ​ຄ້າ​ເສລີ: ອະ​ນາ​ຄົດ​ຂອງ​ອາ​ຊີ”, ເວ​ທີ​ປາ​ໄສ​ຄັ້ງ​ນີ້​ໄດ້​ປຶກ​ສາ​ຫາ​ລື 4 ເນື້ອ​ໃນ​ຕົ້ນ​ຕ​ໍ່​ເຊິ່ງ​ລວມ​ມີ: ​ໂລ​ກາ​ພິ​ວັດ; ການ​ເຕີບ​ໂຕ; ການ​ປະ​ຕິ​ຮູບ; ເສດ​ຖະ​ກິດ​ໃໝ່. ຄາດ​ວ່າ, ຈະ​ມີ​ການ​ເຄື່ອນ​ໄຫວ​ທາງ​ການ 65 ຄັ້ງ, ວາ​ລະ​ປຶກ​ສາ​ຫາ​ລື 44 ຄັ້ງ, ກອງ​ປະ​ຊຸມ​ໂຕະ​ມົນ 17 ຄັ້ງ ແລະ ກອງ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ 2 ຄັ້ງ​ທີ່​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ຄັ້ງ​ນີ້.


ຂ່າວ/ບົດ​ອື່ນ