ໄຂ​ເວ​ທີ​ປາ​ໄສ​ເດັກ​ແຫ່ງຊາດ ຄັ້ງ​ທີ 7

(VOVWORLD) -    ມີເດັກເກືອບ 200 ຄົນ ທີ່ມາຈາກ 43 ໃນຈຳນວນ 63 ແຂວງ, ນະຄອນ ແລະ ຫົວໜ່ວຍ, ຕາງໜ້າໃຫ້ເດັກ 25 ລ້ານຄົນຂອງ ຫວຽດນາມ ເຂົ້າຮ່ວມເວທີປາໄສເດັກແຫ່ງຊາດຄັ້ງທີ 7 ເຊິ່ງຖືກໄຂຂຶ້ນໃນຕອນເຊົ້າວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ. ເວທີປາໄສມີຫົວຂໍ້ວ່າ “ເດັກເຂົ້າຮ່ວມການສ້າງສະພາບແວດລ້ອມດຳລົງຊີວິດຢ່າງປອດໄພ, ເປັນມິດສະໜິ້ດສະໜົມ ແລະ ປອດໃສໃຫ້ແກ່ເດັກ”.
ໄຂ​ເວ​ທີ​ປາ​ໄສ​ເດັກ​ແຫ່ງຊາດ ຄັ້ງ​ທີ 7 - ảnh 1ທ່ານນາງ ຫວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ (ພາບ: VOV)

ທີ່ເວທີປາໄສ, ນ້ອງໆໄດ້ປຶກສາຫາລື, ແບ່ງປັນບັນດາຂໍ້ລິເລີ່ມ, ມາດຕະການຂອງເດັກໃນທົ່ວປະເທດ ກ່ຽວກັບການສ້າງສະພາບແວດລ້ອມດຳລົງຊີວິດທີ່ປອດໄພ, ປອດໃສໃຫ້ແກ່ພວກນ້ອງເອງ. ພ້ອມດຽວກັນນັ້ນ, ກໍໄດ້ຍົກອອກສານ, ຂໍ້ສະເໜີແນະກ່ຽວກັບບັນດາຫົວຂໍ້, ຄື: ການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງ, ການທຳຮ້າຍເດັກ; ປ້ອງກັນ, ຕ້ານ, ຫຼຸດຜ່ອນອຸປະຕິເຫດກໍ່ບາດເຈັບ, ດຶກນ້ຳ, ຄົມມະນາຄົມ, ປົກປ້ອງເດັກໃນສະພາບແວດລ້ອມເຄື່ອຂ່າຍອິນເຕີເນັດ, ທ່ານນາງ ຫວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:

        “ພັກ, ລັດ, ລັດຖະບານ ຫວຽດນາມ ມີຄວາມເອົາໃຈໃສ່ ແລະ ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍ... ເພື່ອປ້ອງກັນສະພາບແວດລ້ອມແຫ່ງການດຳລົງຊີວິດປອດໄພສຳລັບເດັກ. ບັນດາແຂວງ, ນະຄອນ ກໍປະຕິບັດແຜນນະໂຍບາຍນີ້ໄດ້ເປັນຢ່າງດີ. ໂດຍພື້ນຖານແລ້ວ, ອາດເວົ້າໄດ້ວ່າ, ເດັກນັບມື້ນັບໄດ້ດຳລົງຊີວິດໃນສະພາບແວດລ້ອມທີ່ປອດໄພກ່ວາ, ມີເງື່ອນໄຂຮ່ຳຮຽນ, ລະຫຼີ້ນ, ບັນເທິງທີ່ນັບມື້ນັບດີກວ່າ. ເຖິງຢ່າງໃດກໍຕາມ, ພວກເຮົາຍັງມີບ່ອນຫວ່າງ. ດັ່ງນັ້ນ, ເວທີປາໄສນີ້ ແມ່ນສຽງເວົ້າຈາກຄວາມມຸ່ງມາດປາດໂໜາຂອງນ້ອງໆທີ່ຝາກເຖິງບັນດາຄູອາຈານ ແລະ ການນຳທຸກຂັ້ນ”.

      

ຕອບກັບ

ຂ່າວ/ບົດ​ອື່ນ