ໄຂເວທີປາໄສໂອ້ລົມສົນທະນາທະເລຄັ້ງທີ 12

(VOVWORLD) - ດ້ວຍຖານະບົດບາດແມ່ນປະເທດການຄ້າ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງແຮງກ່ຽວກັບຄວາມປອດໄພ, ຄວາມເສລີໃນການເດີນເຮືອຢູ່ທະເລ ແລະ ທາງອາກາດ, ເຊື່ອມຕໍ່ດ້ານທະເລບໍ່ຖືກກີດຂວາງຕາມກົດໝາຍສາກົນ.
ໄຂເວທີປາໄສໂອ້ລົມສົນທະນາທະເລຄັ້ງທີ 12 - ảnh 1ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ
(ພາບ: TTXVN)

        ວັນທີ 15 ມີນາ, ຢູ່ນະຄອນ ໂຮ່ຈີມິນ, ສະຖາບັນການຕ່າງປະເທດ ໄດ້ສົມທົບກັບກອງທຶນ Konrad Adenauer Stiftung (KAS - ເຢຍລະມັນ) ຈັດເວທີປາໄສໂອ້ລົມສົນທະນາທະເລຄັ້ງ 12 ດ້ວຍຫົວຂໍ້ວ່າ: “ຊກຍູ້ການເຊື່ອມຕໍ່ທາງທະເລ - ເພີ່ມທະວີຄວາມຕິດພັນທົ່ວໂລກ”.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫງວຽນມິງຫວູ້, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຫວຽດນາມ, ເນັ້ນໜັກວ່າ, ດ້ວຍຖານະບົດບາດແມ່ນປະເທດການຄ້າ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງແຮງກ່ຽວກັບຄວາມປອດໄພ, ຄວາມເສລີໃນການເດີນເຮືອຢູ່ທະເລ ແລະ ທາງອາກາດ, ເຊື່ອມຕໍ່ດ້ານທະເລບໍ່ຖືກກີດຂວາງຕາມກົດໝາຍສາກົນ.

        ເວທີປາໄສໂອ້ລົມສົນທະນາທະເລຄັ້ງທີ 12 ລວມມີ 4 ວາລະປະຊຸມ, ດ້ວຍບັນດາຫົວຂໍ້, ຄື: “ເຊື່ອມຕໍ່ບັນດາສາຍທາງທະເລຈຸດສຸມ ເພື່ອຮັບປະກັນລະບົບສະໜອງທົ່ວໂລກ”, “ທ່າກຳປັ່ນອັດສະລິຍະແບບຍືນຍົງ: ທ່າອ່ຽງບໍ່ສາມາດຕ່າວປີ້ນໄດ້ໃນພື້ນຖານເສດຖະກິດທະເລສີຂຽວ”, “ເຊື່ອມຕໍ່ພື້ນຖານໂຄງລ່າງທາງທະເລໃນສັງກະລາດດີຈີຕອນ” ແລະ “ເຊື່ອມຕໍ່ເຄືອຂ່າຍແລວສີຂຽວຢູ່ທະເລ”.

ຕອບກັບ

ຂ່າວ/ບົດ​ອື່ນ