ໄຊກອງປະຊຸມຂັ້ນລັດຖະມົນຕີRCEPຢູ່ ກຳປູເຈຍ

(VOVWORLD) -ບັນດາລັດຖະມົນຕີຂອງ 16 ປະເທດ ອາຊີ - ປາຊີຟິກ ເລີ່ມຕົ້ນກອງປະຊຸມແຕ່ວັນທີ 2 ມີນາ ຢູ່ ຊຽມຣຽບ ປະເທດກຳປູເຈຍ ເພື່ອປຶກສາຫາລື່ກ່ຽວກັບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ພາກພື້ນ (RCEP). ຜູ້ຕາງຫນ້າ 10 ປະເທດສະມາຊິກ ອາຊຽນ ແລະ ບັນດາຄູ່ຮ່ວມມືຄື: 

ຍີ່ປຸ່ນ, ຈີນ, ອິນເດຍ, ຈະປຶກສາຫາລືສັນຍາການຄ້າເສລີໃຫ້ແກ່ຈຳນວນພົນລະເມືອງເຄິ່ງຫນຶ່ງຂອງໂລກ ກໍຄື ກວມເອົາ 30% GDP ແລະ ມູນຄ່າພົວພັນດ້ານການຄ້າທົ່ວໂລກ.

RCEP ແມ່ນສັນຍາການຄ້າເສລີ (FTA) ລວມມີ 10 ປະເທດ ສະມາຊິກ ອາຊຽນ ແລະ 6 ປະເທດຊື່ງ ອາຊຽນ ໄດ້ລົງນາມໃນສັນຍາການຄ້າເສລີ ຄື ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສເກົາຫລີ ແລະ ນິວເຊີແລນ.

ຕອບກັບ

ຂ່າວ/ບົດ​ອື່ນ