ໄຊກອງປະຊຸມສະມັດຊາໃຫຍ່ສປຊຊຸດທີ69

ໄຊກອງປະຊຸມສະມັດຊາໃຫຍ່ສປຊຊຸດທີ69 - ảnh 1
ກອງປະຊຸມຂອງສະມັດຊາໃຫຍ່ ສປຊ
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)

(vovworld) – ​ຕອນ​ບ່າຍ​ວັນ​ທີ 16/9 (ຕາມ​ເວລາ ອາ​ເມ​ລິ​ກາ), ກອງ​ປະຊຸມ​ສະມັດຊາ​ໃຫຍ່ ສປຊ ຊຸດ​ທີ 69  ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ທີ່​ມາ​ຈາກ 193 ປະ​ເທດ​ສະມາຊິກ ​ແລະ ບັນດາ​ອົງການ​ສາກົນ​​ໂດຍພາຍ​ໃຕ້​ການ​ເປັນ​ປະທານຂອງທ່ານ​ປະທານ​ສະມັດຊາ​ໃຫຍ່ ສປຊ Sam Kahama Kutesa ​ແລະ ທ່ານ​ເລຂາທິການ​ໃຫຍ່ ສປຊ Ban – Ki – moon.

    ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ປະທານສະມັດຊາ​ໃຫຍ່ ສປຊ Sam Kahama Kutesa  ຖື​ວ່າ: ຈຸດ​ສຸມ​ຂອງ​ກອງ​ປະຊຸ​ມຄັ້ງ​ນີ້​ແມ່ນ​ຮັບຮອງ​ເອົາ​ໂຄງການ​ດຳ​ເນີນ​ງານ​ການ​ພັດທະນາ​ຂອງ ສປຊ ຫຼັງ​ປີ 2015 ​ຖືເອົາ​ມະນຸດ​ເປັນ​ຈຸດ​ສຸມ, ບັນດາ​ມາດ​ຕະການ​ຮັບ​ມື​ກັບ​ສະພາບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ, ​ແລະ ບັນດາ​ການ​ທ້າ​ທາຍ​ສຳລັບ​ຄວາມ​ສະຫງົບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ.

    ຕາມ​ແຜນການ​​ແລ້ວ, ມີ​ປະມຸກ​ລັດ 144 ທ່ານ​ຈະ​ເຂົ້າ​ຮ່ວມ​ບັນດາ​ວາລະ​ປະຊຸມ ​ແລະ ປຶກສາ​ຫາລື​ໃນ 2 ອາທິດ​ຈະມ​າ​ເຖິງ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ຈະ​ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ທີ່​ວາລະ​ປຶກສາ​ຫາລື​ຂັ້ນ​ສູງ​ຂອງ​ສະມັດຊາ​ໃຫຍ່ ສປຊ.

 


ຂ່າວ/ບົດ​ອື່ນ