ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ບົດເພງໄຊອະມະຕະ

(VOVWORLD) - ໃນ 12 ວັນ ແລະ ຄືນ ແຕ່ວັນທີ 18 – 30 ທັນວາ 1972 ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ຍິງຕົກເຮືອບິນຕົກ 81 ລຳ, ໃນນັ້ນ ມີເຮືອບິນ B52 34 ລຳ, ຈັບນັກບິນ ອາເມລິກາ 43 ຄົນ. ສະເພາະທະຫານ ແລະ ປະຊາຊົນນະຄອນຫຼວງ ໄດ້ຍິງເຮືອບິນຕົກ 30 ລຳ, ໃນນັ້ນ ມີເຮືອບິນ B52 23 ລຳ
ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ບົດເພງໄຊອະມະຕະ - ảnh 1 ກອງປະຊຸມສຳມະນາວິທະຍາສາດ “ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ” ບົດເພງໄຊອະມະຕະ

ວັນທີ 18 ທັນວາ, ຄະນະໂຄສະນະສຶກສາຄະນະພັກນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ” ບົດເພງໄຊອະມະຕະ.

        ກ່ອນນີ້ 45 ປີ, ໃນຊຸມວັນຂອງເດືອນ ທັນວາ 1972, ດ້ວຍເຈດຈຳນົງ, ຄວາມເຊື່ອໝັ້ນ, ຄຸນນະທາດ, ພູມປັນຍາ, ຫົວຄິດປະດິດສ້າງ, ພ້ອມກັບທົ່ວປະເທດ, ທະຫານ ແລະ ປະຊາຊົນທົ່ວນະຄອນຫຼວງ ຮ່າໂນ້ຍ ໄດ້ຜາບແພ້ການບຸກໂຈມຕີຍຸດທະສາດທາງອາກາດຂອງຈັກກະພັດ ອາເມລິກາ ເຂົ້າ ຮ່າໂນ້ຍ ແລະ ບາງສະຖານທີ່ທາງພາກເໜືອຂອງ ຫວຽດນາມ. ໃນ 12 ວັນ ແລະ ຄືນ ແຕ່ວັນທີ 18 – 30 ທັນວາ 1972 ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ຍິງຕົກເຮືອບິນຕົກ 81 ລຳ, ໃນນັ້ນ ມີເຮືອບິນ B52 34 ລຳ, ຈັບນັກບິນ ອາເມລິກາ 43 ຄົນ. ສະເພາະທະຫານ ແລະ ປະຊາຊົນນະຄອນຫຼວງ ໄດ້ຍິງເຮືອບິນຕົກ 30 ລຳ, ໃນນັ້ນ ມີເຮືອບິນ B52 23 ລຳ, ສ້າງໄຊຊະນະປະຫວັດສາດ “ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ”.  ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ” ໄດ້ສ້າງບາດລ້ຽວປະຫວັດສາດໃນບັ້ນຮົບຕ້ານ ອາເມລິກາ ຜູ້ຮຸກຮານ, ບັງຄັບໃຫ້ ອາເມລິກາ ເຊັນສັນຍາ ປາຣີ ຢຸດຕິສົງຄາມຢູ່ ຫວຽດນາມ ໃນວັນທີ 27 ມັງກອນ 1973, ປະກອບສ່ວນສຳຄັນເຂົ້າໃນໄຊຊະນະລະດູບານໃໝ່ປີ 1975, ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ.

        ພົນຕີ ເລຮູຍວີ້ງ, ຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ, ກອງທັບອາກາດ ຫວຽດນາມ, ເນັ້ນໜັກວ່າ:

        “ໃນປະຫວັດສາດສົງຄາມໂລກ ຍາກທີ່ຈະມີການປະທະກັນໃດຄືກັບການປະທະກັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນບັ້ນຮົບ 12 ວັນ ແລະ ຄືນ ໃນເດືອນ ທັນວາ 1972. ໄຊຊະນະຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ ແມ່ນໜຶ່ງໃນບັນດາໄຊຊະນະຍິ່ງໃຫຍ່ຂອງຊາດ ຫວຽດນາມ, ແມ່ນວິລະກຳທີ່ອົງອາດກ້າຫານໃນປະຫວັດແຫ່ງການຕ້ານສັດຕູຜູ້ຮຸກຮານຂອງຊາດ, ແມ່ນສັນຍາລັກອັນໃສແຈ້ງຂອງລັດທິວິລະຊົນປະຕິວັດ, ເຈດຈຳນົງ, ອົງອາດກ້າຫານ, ບໍ່ຍອມຈຳນົນ, ຄຸນນະທາດ, ພູມປັນຍາ ແລະ ສິລະປະການທະຫານ ຫວຽດນາມ. ໄຊຊະນະນີ້ ໄດ້ສ້າງບົດຮຽນອັນລ້ຳຄ່າໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ.”

ຕອບກັບ

ຂ່າວ/ບົດ​ອື່ນ