ໄຊຊະນະດ້ຽນບຽນຝູ ແມ່ນຂີດໝາຍອັນສະງ່າ ລາສີໃນປະຫວັດແຫ່ງການ ສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ

ໄຊຊະນະດ້ຽນບຽນຝູ ແມ່ນຂີດໝາຍອັນສະງ່າ ລາສີໃນປະຫວັດແຫ່ງການ ສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກ່າວ​ຄຳ​ເຫັນ​ນະ​ພິທີ)

(vovworld) - ຕອນ​ເຊົ້າ​ວັນ​ທີ 07/05, ຢູ່​ນະຄອນ​ດ້ຽນບຽນຝູ, ​ແຂວງ​ດ້ຽນບຽນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ສະພາ​ແຫ່ງ​ຊາດ, ປະທານ​ປະ​ເທດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ​ແຂວງ​ດ້ຽນບຽນ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງວັນ​ໄຊຊະນະ​ດ້ຽນບຽນ​ຝູ (07/05/1954 – 07/05/2014). ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ; ບັນດາ​ການ​ນຳ, ອະດີດ​ການ​ນຳ​ພັກ, ລັດ, ສະພາ​ແຫ່ງ​ຊາດ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຜູ້ຕາງ​ໜ້າ​ລັດຖະບານ ສປປ ລາວ, ລາຊະ​ອານາຈັກ​ກຳປູ​ເຈຍ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ​ແຮງ​ງານ​ເມ​ຊີ​ໂກ; ພ​້ອມກັບ​ບັນດາ​ອົງການ​ການ​ທູດ, ບັນດາ​ອົງການ​ສາກົນ​ປະຈຳ​ຫວຽດນາມ ພ້ອມ​ກັບ​ປະຊາຊົນ​ທຸກ​ຊັ້ນ​ວັນ​ນະ, ພິ​ເສດ​ແມ່ນມີ​ຄະນະ​ຜູ້​ແທນ​ອະດີດ​ນັກຮົບ​ທີ່​ເຂົ້າ​ຮ່ວມ​ບັ້ນ​ຮົບ​ດ້ຽນບຽນ​ຝູ ລວມ 60 ຄົນ.

     ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຫວນ​ຄື​ນ​ໄລຍະ​ທີ່​ອົງອາດ​ກ້າຫານ, ບັນດາ​ຂີດ​ໝາຍ​ສຳຄັນ​ທີ່​ສຸດ​ໃນ​ບັ້ນ​ຮົບ​ດ້ຽນບຽນ​ຝູ  ​ແລະ ຢືນຢັນ​ວ່າ ​ໄຊຊະນະ​ດ້ຽນບຽນ​ຝູ ​ແມ່ນ​ຂີດ​ໝາຍສະງ່າ​ລາສີ​ໃນ​ປະຫວັດ​ແຫ່ງ​ການ​ສ້າງສາ​ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ.

        “​ໄຊຊະນະ​ດ້ຽນບຽນ​ຝູ ປະ​ຫວັດ​ສາດ ແມ່ນ​ໄຊ​ຊະ​ນະອະມະຕະທີ່​ເລີ່​ມມາຈາກ​ມູນ​ເຊື້ອ​ປະຫວັດສາດ​ທີ່​ສະງ່າ​ລາສີ​ຂອງ​ຊາດ, ຈາກ​ການ​ຊີ້​ນຳ​, ນຳພາທີ່​ສະຫຼາດ​ສະຫຼຽວ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະທານ​ໂຮ່ຈິ​ມິນ ຜູ້​ຍິງ​ໃຫຍ່, ຈາກ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອມ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ​ເຈດ​ຈຳນົງ​ຕໍ່ສູ້​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ຊາດ, ຂອງ​ປະຊາຊົນ ​ແລະ ກອງທັບ​ຫວຽດນາມ. ​ໄຊຊະນະ​ດ້ຽນບຽນ​ຝູ ​ແມ່ນ​ໄຊຊະນະ​​ແຫ່ງຄວາມ​ສາມັກຄີ​ຕໍ່ສູ້​ຢ່າງສັດ​ຊື່​ບໍລິສຸດ​ຂອງ​ກອງທັບ ​ແລະ ປະຊາຊົນ 3 ປະ​ເທດ​ຫວຽດນາມ - ລາວ - ກຳປູ​ເຈຍ; ນີ້​ກໍ່​ແມ່ນ​ໄຊຊະນະ​ລວ​ມຂອງ​ບັນດາ​ຊາດ​ທີ່​ຖືກກົດ​ຂີ​ຂູດ​ຮີດ​ໃນ​ໂລກ, ​ເປີດ​ສາກ​ໃຫ້​ແກ່​ການລົ້ມ​ລະລາຍ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ໃນ​ທົ່ວ​ໂລກ”.

        ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ ພາຍຫຼັງ​ໄລຍະ 30 ປີ​ແຫ່ງ​ການ​ປະຕິບັດ​ການ​ປ່ຽນ​ໃໝ່​ຢ່າງຮອບດ້ານ ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ ປຸກລະດົມ ​ແລະ ຊີ້​ນຳ ນຳພາ, ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ; ຮັກສາ​​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ - ສັງຄົມ​ໄວ້​ຢ່າງ​ໝັ້ນຄົງ, ຫຼຸດ​ພົ້ນ​ອອກ​ຈາກ​ສະພາບ​ປະ​ເທດ​ທຸກ​ຍາກ, ດ້ອຍ​ພັດທະນາ; ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການປັບປຸງ​ໃຫ້​ດີ​ຂຶ້ນ; ທີ່​ຕັ້ງ ​ແລະ ອິດ​ທິພົນ​ຊື່ສຽງຂອງ​ຫວຽດນາມ ​ໃນທີ​ພາກ​ພື້ນ ​ແລະ ​ໃນ​ໂລກ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ​ແຕ່​ວ່າ, ບັນດາ​ຜົນງານ​ທີ່​ຍາດ​ມາ​ໄດ້​ນັ້ນ ຍັງ​ບໍ່​ທັງ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມຊ້ອນ ​ແລະ ທ່າ​ແຮງ​ຂອງ​ປະ​ເທດ​ຊາດ. ​ໃນ​ສະພາບ​ການ​ນັ້ນ ຮຽກ​ຮ້ອງ​ໃຫ້​ທົ່ວ​ພັກ, ປະຊາຊົນ​ທຸກ​ຊັ້ນ​ວັນ​ໜ້າ ​ແລະ ທົ່ວ​ກອງທັບ ຕ້ອງ​ເສີມ​ຂະຫຍາຍຄຸນ​ນະ​ທາດ, ​ສັນຍາ ​ຫວຽດນາມ ​ແລະ ຈິດ​ໃຈ​ດ້ຽນບຽນ​ຝູ.

        “ໝູນໃຊ້​ບັນດາ​ບົດຮຽນ​ຂອງ​ໄຊຊະນະ​ດ້ຽນບຽນ​ຝູ ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ຊາດ ສົມທົບ​ກັບ​ກຳ​ຮັງ​​ແຮງ​ຂອງ​ຍຸກ​ສະ​ໄໝໃນ​ກິດ​ຈະການ​ປ່ຽນ​ໃໝ່, ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​​ເອງ, ສັນຕິພາບ, ຮ່ວມ​ມື ​ແລະ ພັດທະນາຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ມີ​ປະສິດທິ​ຜົນ; ຫັນ​ການ​ພົວພັນເປັນ​ຫຼາຍ​ຝ່າຍ, ​ຫຼາຍ​ຮູບ​ແບບ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ​ເປັນ​ເພື່ອນ​ມິດ, ຄູ່​ຮ່ວມ​ມື​ທີ່​ໜ້າໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເປັນ​ສະມາ​ຊິກ​ທີ​ມີໜ້າ​ທີ່​ຮັບຜິດຊອບ​ໃນ​ວົງ​ຄະນະ​ຍາດ​ສາກົນ; ຍົກ​ສູງ​ທີ່​ຕັ້ງ ​ແລະ ອິດ​ທິພົນ​ຊື່​ສຽງ​ຂອງ​ຫວຽດນາມ ​ໃນ​ພາກ​ພື້ນ​ ​ແລະ ​​ໃນ​ໂລກກວ່າ​ອີກ”.

        ​ໂດຍ​ຕາງ​ໜ້າ​ໃຫ້​ອະດີດ​ນັກຮົບ, ​ຊາວ​ໜຸ່ມ​ຕະລຸມບອນ, ຄົນ​ງານ​ລະດົມແນວ​ຮົບ​ໃນ​ບັ້ນ​ຮົບ​ດ້ຽນບຽນ​ຝູ ນັບ​ພັນໆ​ຄົນ, ພັນ​ເອກ, ນັກ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ ຟຸ່ງວັນ​ເຂົາ, ອະດີດ​ທະຫານກອງ​ປືນ​ໃຫຍ່​ໃນ​ບັ້ນ​ຮົບ, ກ່າວ​ຄຳ​ເຫັນ​ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ເຂົ້າ​ຮ່ວມ, ປະກອບ​ເຫື່ອ​ແຮງ​ຂອງ​ຕົນ​ເຂົ້າ​ໃນ​ໄຊຊນະ​ອັນ​ຍິ່ງ​ໃຫຍ່​ຂອງປະ​ເທດ​ຊາດ. ພັນ​ເອກ ຟຸ່ງວັນ​ເຂົາ ຢືນຢັນ​ວ່າ:

“ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ ​ແລະ ປາດ​ຖະໜາ​ວ່າ ລຸ້ນໜຸ່ມ ຫວຽດນາມ ຍາມ​ໃດ​ກໍ່​ເອກອ້າງ​ທະ​ນົງ​ໃຈ, ຈົດ​ຈຳ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ຊາດ ຫວຽດນາມ ​ແລະ ​ນຳ້​ໃຈ​ຂອງ​ໄຊຊະນະ ດ້ຽນບຽນ​ຝູ, ກ້າ​ຄິດ, ກ້າທຳ, ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ສ້າງ​ບັນດາ​ຜົນງານ​ໃໝ່​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດຫວຽດນາມ ສັງຄົມ​ນິຍົມ”

        ລາຍການ​ສວນສະໜາມ​, ​ເດີ​ນຂະ​ບວນຂອງ​ພິທີ​ສະ​ເຫຼີ​ມສະຫຼອງ ຖືກ​ຈັດ​ຂຶ້ນ​ຢູ່​ສະໜາມກິລາ ດ້ຽນບຽນ, ຄະນະ​ສວນສະໜາມ ເດີ​ນຂະ​ບວນ​ໄດ້​ເລີ່​ມ​ໄປ​ຜ່ານ​​ຖະໜົນສາຍ​ຕ່າງໆ​ຢູ່​ນະຄອນ ດ້ຽນບຽນ​ຝູ, ຜ່ານ​ສຸສານ​ທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ A1, ​ໂນນ A1, ອະນຸສາວະລີ​ໄຊຊະນະ.​.​.​

        ກ່ອນ​ໜ້າ​ນັ້ນ, ​ໃນ​ເວລາ 6 ​ໂມງ​ວັນ​ທີ 7/5, ຄະນະ​ຜູ້​ແທນ​ການ​ນຳ ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ນຳ​ໜ້າ, ພ້ອມ​ກັບ​ແຂກ​ສາກົນ, ຜູ້ຕາງໜ້າ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​.​..​ ​ໄດ້​ຖະ​ຫວາຍ​ທູບ​ທຽນ​ອະ​ໄລ​ຫາ​ບັນດາ​ນັກ​ວິລະ​ຊົນທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ A1, ນະຄອນ ດ້ຽນບຽນ​ຝູ, ​ແຂວງ ດ້ຽນບຽນ.

ຂ່າວ/ບົດ​ອື່ນ