ໄຊຊະນະປະຫວັດສາດຂອງປະຊາຊົນກຳປູເຈຍມີການຊ່ວຍເຫຼືອຂອງຫວຽດນາມ

ໄຊຊະນະປະຫວັດສາດຂອງປະຊາຊົນກຳປູເຈຍມີການຊ່ວຍເຫຼືອຂອງຫວຽດນາມ - ảnh 1
ການ​ສະ​ແດ​ງ​ສິ​ລະ​ປະ​ທີ່​ພິ​ທີ​ສ​ະ​ເຫຼີມ​ສະ​ຫລ​ອງ​ຢູ່​ກຳ​ປູ​ເຈຍ
(ພາບ: AFP/TTXVN)

(vovworld) - ​​ເນື່ອງ​ໃນ​ໂອ​ກາດ 38 ປີ​ແຫ່ງວັນ​ໄຊ​ຊະ​ນະ​ປະ​ຫວັດ​ສາດ 7/1 (7/1/1979 – 7/1/2017), ສື່​ມວນ​ຊົນ ກຳ​ປູ​ເຈຍ ມີຫຼາຍ​ຂ່າວ, ບົດ​ກ່ຽວ​ກັບ​ໄຊ​ຊະ​ນະ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ຂອງ​ປະ​ຊາ​ຊົນ ແລະ ປະ​ເທດ ກຳ​ປູ​ເຈຍ ໃນ​ພາ​ລະ​ກິດ​ໂຄ່ນ​ລົ້ມ​ລະ​ບອບ​ດັບ​ສູນ​ເຊື້ອ​ຊາດ ຂະ​ແມ​ແດງ, ​ກອບກູ້​ເອົາ​ຊີ​ວິດ​ປະ​ຊາ​ຊົນ, ຊ່ວຍ​ໃຫ້​ປະ​ເທດ ກຳ​ປູ​ເຈຍ ຫລຸດ​ພົ້ນ​ອອກ​ຈາກ​ໄພ​ດັບ​ສູນ​ເຊື້ອ​ຊາດ Pol Pot. ໜັງ​ສື​ພິມ “Kampuchia Thmey Daily” ໄດ​້​​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ Heng Samrinh, ປະ​ທານ​ກິ​ຕິ​ມະ​ສັກ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ (CPP) ກຳ​ອຳ​ນາດ ກ່ຽວ​ກັບ​ໄຊ​ຊະ​ນະ​ປະ​ຫວັດ​ສາດ 7/1/1979.

        ບັນ​ດາ​ສື່​ເອ​ເລັກ​ໂຕ​ນິກ​ຂອງ​ກຳ​ປູ​ເຈຍ ຄື ວິ​ທະ​ຍຸ​ກະ​ຈ​າຍ​ສຽງ​ປະ​ຊາ​ທິ​ປະ​ໄຕ (VOD), ສູນ​ຂ່າວ​ສານ​ແມ່​ຍິງ​ກຳ​ປູ​ເຈຍ (WMC) ກໍ່​ມີ​ບົດ​ໄຈ້​ແຍກ​ກ່ຽວ​ກັບ​​ໄຊ​ຊະ​ນະວັນ​ທີ 7/1 ແລະ ຕີ​ລາ​ຄາ​ວ່າ ​ໄຊ​ຊ​ະ​ນະ​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ຂອງ​ປະ​ຊາ​ຊົນ ກຳ​ປູ​ເຈຍ, ໃນ​ນັ້ນ​ມີ​ການ​ປະ​ກອບ​ສ່ວນ, ຊ່ວຍ​ເຫຼືອ​ຂອງ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ