ໄທ ຊຸກຍູ້ 13 ບຸລິມະສິດເສດຖະກິດໃນ ອາຊຽນ.

(VOVWORLD) -ໄທຈະສຸມໃສ່ 3 ເນື້ອໃນໃຫຍ່ເຊິ່ງກວມລວມ 13 ບຸລິມະສິດເສດຖະກິດ. 3 ເນື້ອໃນໃຫຍ່ລວມມີ : ການກຳນົດທິດອະນາຄົດ, ເພີ່ມທະວີການເຊື່ອມຕໍ່ ແລະ ພັດທະນາແບບຍືນຍົງ.

ກະຊວງການຄ້າ ໄທ ໃຫ້ຮູ້ວ່າ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ວົງແຄບຈະດຳເນີນ ໃນລະຫວ່າງວັນທີ 22 – 23 ເມສາ ຢູ່ພູເກດ, ປະເທດໄທ, ບັນດາລັດຖະມົນຕີທີ່ເຂົ້າຮ່ວມກອງປະຊຸມນີ້ໄດ້ຕັ້ງຄວາມຫວັງວ່າຈະລົງນາມໃນສັນຍາທີ່ສຳຄັນ 2 ສະບັບລວມມີ ສັນຍາການຄ້າ ການບໍລິການ ອາຊຽນ (ATISA) ແລະ ອະນຸສັນຍາທີ 4 ສະບັບປັບປຸງສັນຍາການລົງທຶນຮອບດ້ານ ອາຊຽນ (ASIA)

ທ່ານນາງ  ອາຣາມົນ ຊັບທະວີທຳ ຫົວໜ້າກົມເຈລະຈາການຄ້າ, ຂອງ ໄທໃຫ້ຮູ້ວ່າໃນຖານະຕຳແໜ່ງເປັນປະທານ ອາຊຽນ ໃນປີນີ້, ໄທຈະສຸມໃສ່ 3 ເນື້ອໃນໃຫຍ່ເຊິ່ງກວມລວມ 13 ບຸລິມະສິດເສດຖະກິດ. 3 ເນື້ອໃນໃຫຍ່ລວມມີ : ການກຳນົດທິດອະນາຄົດ, ເພີ່ມທະວີການເຊື່ອມຕໍ່ ແລະ ພັດທະນາແບບຍືນຍົງ.

ກ່ຽວກັບ ATISA, ຄາດໝາຍຂອງສັນຍາແມ່ນແນໃສ່ສ້າງເງື່ອນໄຂໃນການເຊື່ອມໂຍງລະຫວ່າງບັນດາປະເທດສະມາຊິກ ອາຊຽນໃນຂົງເຂດການບໍລິການຢ່າງເລິກກ້ວາງກ່ວາ ຜ່ານບັນດາຄຳໝັ້ນສັນຍາໃນການສ້າງສະພາບແວດລ້ອມໃຫ້ມີເສລີພາບ, ສະຖຽນລະພາບ ສຳລັບບັນດານັກສະໜອງການບໍລິການໃນພາກພື້ນ.

ສ່ວນ  ACIA ແມ່ນຈະນຳໃຊ້ສັນຍາສະບັບນີ້ກັບນັກລົງທຶນ ອາຊຽນ ແລະ ນັບທັງນັກລົງທຶນຊາວຕ່າງປະເທດຢູ່ບັນດາປະເທດອາຊຽນ. ເພາະສະນັ້ນ, ACIA ຈະຊ່ວຍໃຫ້ ພາກພື້ນ ອາຊຽນ ມີຄວາມດຶງດູດໃຈກ່ວາສຳລັບນັກລົງທຶນທີ່ຢູ່ພາຍໃນ ແລະ ນອກພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ